李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ປ່ອນ​ບັດ​ເລືອກ​ຕັ້ງ​ລັດ​ຖະ​ສະ​ພາ​ເອີ​ຣົບ​ຈັດ​ຈຶ້ນ​ຢູ່​ອັງ​ກິດ​ແລະ​ໂຮນ​ລັງ

2019-05-24 16:34:20 cri

    ການ​ເລືອກ​ຕັ້ງ​ລັດ​ຖະ​ສະ​ພາ​ເອີ​ຣົບ​ທີ່ 5 ປີ​ໃດ​ຈັດ​ຂຶ້ນ​ເທື່ອ​ໜຶ່ງ ໄດ້​ຈັດ​ຂຶ້ນ​ຢູ່ 28 ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ຣົບ​ແຕ່​ວັນ​ທີ 23-26 ພຶດ​ສະ​ພານີ້. ຜູ້​ມີ​ສິດ​ເລືອກ​ຕັ້ງ​ຈະ​ປ່ອນ​ບັດ​ເລືອກ​ຕັ້ງ​ເອົາ​ສະ​ມາ​ຊິກ​ສະ​ພາ 751 ຄົນ ເພື່ອ​ປະ​ກອບ​ເປັນ​ລັດ​ຖະ​ສະ​ພາ​ເອີ​ຣົບ​ຊຸດ​ທີ 9. ວັນ​ທີ 23 ພຶດ​ສະ​ພານີ້, ຜູ້​ມີ​ສິດ​ເລືອກ​ຕັ້ງ​ຂອງ​ອັງ​ກິດ​ແລະ​ໂຮນ​ລັງ ໄດ້​ໄປ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ.

    ໃນ​ມື້​ດັ່ງ​ກ່າວ, ຜູ້​ສະ​ໝັກ​ຮັບ​ເລືອກ​​ຕັ້ງ​ຂອງ​ໂຮນ​ລັງ 308 ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ​ເອົາ 26 ​ທີ່ນັ່ງ​ໃນ​ລັດ​ຖະ​ສະ​ພາ​ເອີ​ຣົບ. ສ່ວນ​ຢູ່​ອັງ​ກິດ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ຈະ​​ແຂ່ງ​ຂັນເລືອ​ກ​ຕັ້ງ​ເອົາ 73 ຄົນ​ເພື່ອ​ຕາງ​ໜ້າ​ໃຫ້​ແກ່​ອັງ​ກິດ​ເຂົ້າ​ຮ່ວມ​ລັດ​ຖະ​ສະ​ພາ​ເອີ​ຣົບ.

    ການ​ເລືອກ​​ຕັ້ງ​ລັດ​ຖະ​ສະ​ພາ​ເອີ​ຣົບ ໄດ້​ໃຊ້​ລະ​ບຽບ​ການ​ຜູ້​ຕາງ​ໜ້າ​ຕາມ​ມາດ​ຕາ​ສ່ວນ​ທີ່​ໄດ້​ຮັບ​ການ​ແບ່​ງ​ປັນ. ໃນ​ເວ​ລາ​ເລືອກ​​ຕັ້ງ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຈະ​ປະ​ຕິ​ບັດ​ຕາມຫຼັກ​ການ​ຮ່ວມ​ຈຳ​ນວນ​ໜຶ່ງ ແຕ່​ກໍ​ມີ​ຄວາມ​ແຕກ​ຕ່າງ​ກັນ. ການ​ປ່ອນ​ບັດເລືອກ​ຕັ້ງ​ຈະ​ຈັດ​ຂຶ້ນ​ຢູ່​ປະ​ເທດ​ສະ​ມາ​ຊິກ​ສ່ວນຫຼາຍ​ໃນ​ວັນ​ທີ 26 ພຶດ​ສະ​ພານີ້ ແລະ​ຜົນ​ການ​ລົງ​ຄະ​ແນນ​ສຽງ​ຈະ​ເປີດ​ເຜີຍ​ໂດຍ​ອົງ​ການ​ສະ​ເພາະ​ພາຍຫຼັງ​ເວ​ລາ 23:00 ໂມງ​ຂອງວັນ​ທີ 26 ພຶດ​ສະ​ພານີ້​ຕາມ​ເວ​ລາບ​ຣຸກ​ແຊນ.

ຄຳ​ເຫັນ

0