黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ແລະ​ອາ​ເມຣິກາ​ປຶກສາ​ຫາລື​ຢ່າງ​ສະ​ເໝີ​ພາບ​ກັນ​ຈຶ່ງ​ຈະ​ແກ້​ໄຂ​ບັນຫາ​ໄດ້

2019-06-24 16:22:04 CRI

ທ່ານ​ໂຣ​ເບີດ ກຣິບຟິດ ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ອັງກິດ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຂ່າວສານ​ຊິ່ນ​ຮວາ​ຢູ່​ນະຄອນ​ຫຼວງລອນ​ດອນ​ເມື່ອ​ບໍ່​ດົນ​ມາ​ນີ້ ​ໂດຍ​ກ່າວ​ວ່າ: ການ​ກະທຳ​ທີ່​ເປັນມະຫາ​ອຳນາດ​ດ້ານ​ການ​ຄ້າ​ຂອງ​ອາ​ເມຣິກາ​ຈະ​ສ້າງ​ຜົນ​ກະທົບ​ໃຫ້​ແກ່​ອາ​ເມຣິກາ​ເອງ​ໃນ​ທີ່​ສຸດ; ອາ​ເມຣິກາ​ຄວນ​ປະລະ​ການ​ກະທຳ​ທ້າ​ທາຍ​ເກາະ​ຜິດ ​ແລະ ປຶກສາ​ຫາລື​ຢ່າງ​ສະ​ເໝີ​ພາບ​ກັບ​ຈີນ​ເພື່ອ​ແກ້​ໄຂ​ຄວາມ​ເຫັນ​ທີ່​ຂັດ​ແຍ້​ງກັນລະຫວ່າງ​ສອງ​ຝ່າຍ.

​ກ່ຽວ​ກັບການ​ກະທຳ​ຂອງ​ອາ​ເມຣິກາ​ທີ່​ນຳ​ໃຊ້​ມາດ​ຕະການ​ຂຶ້ນພາສີ​ທີ່ຮຸນ​ແຮງ​ຂຶ້ນ​ເລື້ອຍໆ, ທ່ານ​ກຣິບຟີ​ດ ກ່າວ​ວ່າ: ອາ​ເມຣິກາ​ໃຊ້​ການ​ກະທຳ​ແບບ​ຂີ້ຮ້າຍຫຼາຍ, ຄວາມ​ເປັນ​ຈິງ​ໄດ້​ຢັ້ງຢືນ​ວ່າ ມາດ​ຕະການ​​ແບບ​ມະຫາ​ອຳນາດ​ທາງ​ການ​ຄ້າ​ຂອງ​ອາ​ເມຣິກາຈະ​ບໍ່​ສ້າງ​ຜົນ​ປະ​ໂຫຍ​ດຫຍັງ​ໃຫ້​ແກ່ເສດຖະກິດ​ແລະ​ການ​ຄ້າ​​ອາ​ເມຣິກາ. ​ໃນ​ຂະນະ​ດຽວ​ກັນ, ການ​ກະທຳ​ແບບ​ນີ້ຈະ​ສ້າງ​ຜົນ​ກະທົບ​ຕໍ່ເສດຖະກິດ​ໂລກໜັກໜ່ວງ​ສົມຄວນ ລວມທັງ​ເສດຖະກິດ​ຂອງ​ອັງກິດ.

ຄຳ​ເຫັນ

0