黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫວາງ​ຢີ້ກ່າວ​ຄຳ​ເຫັນ​ໃນພິທີ​ເປີດ​ກອງປະຊຸມ​ຜູ້​ປະສານ​ງານ​​ກ່ຽວ​ກັບ​ການຈັດຕັ້ງປະຕິບັດ​ຜົນ​ກອງ​ປະຊຸມ​ສຸດ​ຍອດ​ປັກ​ກິ່ງ​ຂອງ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ຈີນ-ອາ​ຟຣິກາ

2019-06-25 16:19:32 CRI

ກອງ​ປະຊຸມ​ຜູ້​ປະສານ​ງານ​​ເພື່ອ​ຈັດຕັ້ງປະຕິບັດ​ຜົນ​ຂອງກອງ​ປະຊຸມ​ສຸດ​ຍອດ​ປັກ​ກິ່ງ​ຂອງ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ຈີນ-ອາ​ຟຣິກາ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ມິຖຸນາ​ນີ້​ຢູ່​ນະຄອນຫຼວງປັກ​ກິ່ງ ສປ ຈີນ ​ໂດຍ​ທ່ານ​ຫວາງ​ຢີ້ ທີ່​ປຶກສາ​ແຫ່ງ​ລັດ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ໄດ້ເຂົ້າຮ່ວມ ​ແລະ ອ່ານ​ສານ​ຊົມ​ເຊີຍ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ທັງ​ກ່າວ​ຄຳ​ເຫັນ ​ໂດຍ​ກ່າວ​ວ່າ: ​ເມື່ອ​ໄດ້​ວາງ​ແຜນການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຟຣິກາ​ໃນ​ຍຸກ​ໃໝ່​ຢ່າງ​ຮຽບຮ້ອຍ​ແລ້ວ ສິ່ງ​ສຳຄັນ​ແມ່ນ​ການຈັດຕັ້ງປະຕິບັດ. ຈີນ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ອາ​ຟຣິກາ, ປະຕິບັດ​ຕາມ​ສັນຍາ​ຂອງ​ຕົນ​ຢ່າງ​ຈິງ​ຈັງ​ແລະ​ມີ​ປະສິດທິພາບ​ສູງ, ຈັດຕັ້ງປະຕິບັດ​ຂໍ້​ຕົກລົງ​ຕ່າງໆ​ແລະບັນດາ​ຜົນຂອງກອງ​ປະຊຸມສຸດ​ຍອດ​ປັກ​ກິ່ງ​ຂອງ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ຈີນ-ອາ​ຟຣິກາ​ໃຫ້ມີ​ປະສິດທິ​ຜົນ​ຢ່າງຮອບດ້ານ. ຕ້ອງ​ຍຶດໝັ້ນທິດ​ທາງ​ພື້ນຖານ​ຂອງ​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ, ຍຶດໝັ້ນ​ເສັ້ນທາງ​ການ​ພັດທະນາ​ທີ່​ຈີນ​ແລະ​ອາ​ຟຣິກາ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”, ຍຶດໝັ້ນຫຼັກໝັ້ນ​ທີ່ເປັນ​ທຳ​ເພື່ອປົກ​ປ້ອງລັດທິຫຼາຍຝ່າຍ, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ປະ​ເທດ​ພວມ​ພັດທະນາ​ແລະ​ກຸ່ມ​ເສດຖະກິດ​ທີ່ຈະ​ເລີ​ນ​ໃໝ່​ທັງ​ໝົດ, ຍຶດໝັ້ນຈິດ​ໃຈ​ການ​ຮ່ວມ​ມື​ທີ່​ສະ​ເໝີ​ພາບ​ແລະ​ເປີດ​ກວ້າງ. ຈີນ​ຈະ​ຮ່ວມ​ແຮງ​ຮ່ວມໃຈ​​ແລະຮ່ວມຊາຕາກຳ​ກັບ​ອາ​ຟຣິກາ.

ທ່ານ​ຫວາງ​ຢີ້ ກ່າວ​ເນັ້ນອີກວ່າ: ປະຊາຊົນ​ຈີນ​ແລະ​ອາ​ຟຣິກາ​ເດັດດ່ຽວ​ສຸມ​ໃສ່​ການ​ບຸນ​ລຸ​ຄວາມ​ໃຝ່ຝັນ​ຂອງ​ຈີນ ​ແລະ ຄວາມ​ໃຝ່ຝັນ​ຂອງ​ອາ​ຟຣິກາ ​ໂດຍ​ຜ່ານ​ຄວາມ​ພະຍາຍາມ​ຂອງ​ຕົນ​ແລະ​ການ​ຮ່ວມ​ມື​ສາກົນ ບໍ່​ວ່າຈະ​ຖືກລົບ​ກວນ​ໃນ​ຮູບ​ແບບ​ໃດໆກໍ​ຕາມ ກໍ​ບໍ່​ສາມາດສ້າງ​ຜົນ​ກະທົບ​ຕໍ່​ຄວາມ​ຕັດສິນ​​ໃຈ​ອັນ​ເດັດຂາດ​​ໃນ​ການ​​ເພີ່ມ​ທະວີ​ການຮ່ວມ​ມືລະຫວ່າງຈີນ​ແລະ​ອາ​ຟຣິກາ​ໄດ້ ​ແລະ ບໍ່​ວ່າຄວາມ​ຫຍຸ້ງຍາກ​ໃດໆ​ກໍ​ຕາມ ກໍ​ບໍ່​ສາມາດກີດຂວາງ​ບາດກ້າວ​ເດີນ​ໄປ​ໜ້າ​ຂອງ​ຈີນ​ແລະ​ອາ​ຟຣິກາ​ໃນ​ການ​ຮ່ວມ​ມື​ກັນ​ເພື່ອ​ສ້າງສາ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ຕົນ.

ຄຳ​ເຫັນ

0