黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ຊ່ຽວຊານ​ຈີນ​ແນ​ະນຳ​ສະພາບ​ການຫຼຸດຜ່ອນ​ຄວາມທຸກ​ຍາກຂອງ​ເຂດ​ຕິ​ເບ​ດຢູ່​ເຊີ​ແນວ

2019-06-26 10:49:32 CRI

​ເນື່ອງ​ໃນ​ໂອກາດ​ກອງ​ປະຊຸມ​ສະພາ​ສິດທິ​ມະນຸດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ຄັ້ງທີ 41 ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້, ສະມາຄົມ​ຄົ້ນຄວ້າ​ສິດທິ​ມະນຸດ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​​ໃນຫົວ​ຂໍ້ “ການ​ພັດທະນາ​​ແລະ​ຄວາມກ້າວໜ້າ​ໃນ​ວຽກ​ງານ​ສິດທິ​ມະນຸດ​ຈີນ​ໃນ​ຮອບ 70 ປີ” ​ໃນ​ວັນ​ທີ 25 ມິຖຸນາ​ນີ້​ຢູ່​ເຊີ​ແນວ ​ໂດຍ​ທ່ານ​ໂຫຼປູ້ ຄະນະ​ມົນຕີ​ສະມາຄົມ​ຄົ້ນຄວ້າສິດທິ​ມະນຸດຈີນ ​ໄດ້​ແນະນຳ​ສະພາບ​ການ​ພັດທະນາ​ດ້ານ​ການຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ເຂດ​ຕິ​ເບ​ດຈີນ.

ທ່ານ​ໂຫຼປູ້ ກ່າວ​ວ່າ: ມາ​ຮອດ​ເດືອນ​ມິຖຸນາ​ປີ​ນີ້, ປະຊາກອນ​ຜູ້​ທຸກ​ຍາກ​ຢູ່​ເຂດ​ຕິ​ເບ​ດ​ໄດ້ຫຼຸດຈາກ 590.000 ຄົນລົງ​ເຫຼືອ 150.000 ຄົນ; ​ຈຳນວນເມືອງ​ທຸກ​ຍາກ​ໄດ້ຫຼຸດຈາກ 74 ​ເມືອງ​ລົງ​ເຫຼືອ 19 ​ເມືອງ, ​​ເຊິ່ງ​ໄດ້ຫຼຸດລົງຫຼາຍກວ່າ​ໝູ່​ໃນ​ທົ່ວ​ປະ​ເທດ; ອັດຕາ​ການ​ເກີດ​ຄວາມທຸກ​ຍາກ​ໄດ້ຫຼຸດຈາກ 25,2% ລົງ​ເປັນ 5,6%. ​ໃນ​ປີ​ນີ້, ​ເຂດ​ຕິ​ເບ​ດ​ໄດ້​ສະ​ເໜີ​ວ່າ​ຈະພະຍາຍາມ​ລົບ​ລ້າງ​ຄວາມທຸກ​ຍາກຂັ້ນພື້ນຖານ​ໃຫ້​ໄດ້​ໝົດ​ພາຍ​ໃນ​ປີ​ນີ້.

ນອກ​ນີ້, ທ່ານ​ໂຫຼປູ້ ຍັງ​ກ່າວ​ຕື່ມ​ວ່າ: ​ຜົນ​ການ​ສຳຫຼວດ​ແລະ​ສະຖິຕິ​​ໃນດ້ານ​ຕ່າງໆສະ​ແດງ​ໃຫ້​ເຫັນ​ວ່າ ປະຊາຊົນ​ບັນດາ​ເຜົ່າ​ຢູ່​ເຂດ​ຕິ​ເບ​ດມີ 97% ຮູ້ສຶກ​ເພິ່ງພໍ​ໃຈ​ຕໍ່​ສະພາບ​ການ​ດຳລົງຊີວິດຂອງ​ຕົນ​ໃນ​ປັດຈຸບັນ ​ແລະ ມີ 97,3% ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ການ​ພັດທະນາ​ເສດຖະກິດ​ສັງຄົມ.

ຄຳ​ເຫັນ

0