覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ສິງ​ກະ​ໂປ​ກ່າວ​ວ່າ ສະ​ພາບ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ​ຈີນ-ອາ​ເມ​ຣິ​ກາ​ຈະ​ສ້າງ​ຜົນ​ກະ​ທົບ​ໜັກ​ໃນ​ໄລ​ຍະ​ຍາວ

2019-06-26 10:41:26 cri

 ໜັງ​ສື​ພິມ​ລຽນ​ເຮີ​ຈາວ​ປ້າວ​ຂອງ​ສິງ​ກະ​ໂປ​ສະ​ບັບ​ວັນ​ທີ 25 ມິ​ຖຸ​ນາ​ນີ້​ລາຍ​ງານ​ວ່າ: ທ່ານ​ລີ​ຊຽນ​ລົງ ນາ​ຍົກ​ລັດ​ຖະ​ມົມ​ຕີ​ສິງ​ກະ​ໂປ​ຢືນ​ຢັນ​ໃນ​ວັນ​ທີ 24 ມິ​ຖຸ​ນາ​ນີ້​ວ່າ: ເຖິງວ່າ ​ ສະ​ພາບຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ຈະບໍ່​ເຖິງ​ຂັ້ນ​ພາ​ໃຫ້​ເກີດ​ວິ​ກິດ​ການ​ດ້ານ​ການ​ເງິນ​ທົ່ວ​ໂລກ​ພາຍ​ໃນ​ໄລ​ຍະ​ສັ້ນ​ກໍ​ຕາມ, ແຕ່​ເວົ້າ​ໃນ​ໄລ​ຍະ​ຍາວ​ແລ້ວ ມັນ​ຈະ​ເຮັດ​ໃຫ້​ບັນ​ດາ​ປະ​ເທດ​ເກີດ​ຄວາມ​ແຕກ​ແຍກ​ໃນ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ,ຕະຫຼາດ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ຈົນ​ກະ​ທົບ​ເຖິງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ໂລກ ເຊິ່ງ​ຈະ​ສ້າງ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ.

ຂ່າວ​ລາຍ​ງານ​ວ່າ: ທ່ານ​ລີ​ຊຽນ​ລົງ​ໃຫ້​ສຳ​ພາດ​ຕໍ່ສຳ​ນັກ​ຂ່າວ​ສານ ນິກເຄ​ອິ​ຊິມ​ບູນ ​ຂອງຍີ່​ປຸ່ນ​ກ່ອນກອງ​ປະ​ຊຸມ​ສຸ​ດຍອດ​G20​ຄັ້ງ​ທີ 14 ຈະ​ໄຂ​ຂຶ້ນ ໂດຍ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ສະ​ພາບ​​ຄວາມເຄັ່ງ​ຕຶງ​ດ້ານ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ໃນ​ປັດ​ຈຸ​ບັນ ທັງ​ຫວັງ​ວ່າ ​​ການ​ປຶກ​ສາ​ຫາ​ລື​ສັນ​ຍາ​ການ​ຄ້າ​ຈີນ-ອາ​ເມ​ຣິ​ກາ​ທີ່​ຜູ້​ນຳ​ສອງ​ປະ​ເທດ​​ຈະປຶກ​ສາ​ຫາ​ລືໃນ​ໄລ​ຍະ​ກອງ​ປະ​ຊຸມ​ສຸດຍອດ​G20 ທີ່ໂອ​ຊາ​ການັ້ນ ຈະ​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ພັດ​ທະ​ນາ​ໄປ​ຕາມ​ທິດ​ທາງ​ທີ່​ດີ.

ຄຳ​ເຫັນ

0