尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ຫຼີ​ເຄີ້​ສຽງ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ດາ​ວອ​ສລະ​ດູ​ຮ້ອນ​ຄັ້ງ​ທີ 13

2019-06-26 11:10:44 cri

ທ່ານ ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ແຈ້ງ​ໃຫ້​ຮູ້​ໃນ​ວັນ​ທີ 25 ມິ​ຖຸ​ນາ​ນີ້​ວ່າ: ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ດາ​​ວອ​ສ​ລະ​ດູ​ຮ້ອນ​ຄັ້ງ​ທີ 13 ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຕ້າ​ລຽນແຂວງ​ລຽວ​ນິງ​ໃນ​ວັນ​ທີ 1 ຫາ​ວັນ​ທີ 2 ເດືອນ​ໜ້າ. ໃນ​ໄລ​ຍະ​ນີ້, ທ່ານ ຫຼີ​ເຄີ້​ສຽງ ຈະ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ເວ​ທີ​ປຶກ​ສາ​ຫາ​ລື​ແລະ​ກ່າວ​ຄຳ​ປາ​ໄສ​ເປັນ​ພິ​ເສດ, ພົບ​ປະ​ກັບ​ທ່ານ ຄ​ລາວ​ສ໌ ​ສະວາບ ປະ​ທານ​ເວ​ທີ​ປຶກ​ສາ​ຫາ​ລື ແລະ ຜູ້​ນຳ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ,ພ້ອ​ມ​ທັງ​ຈະ​ແລກ​ປ່ຽນ​ແລະ​ສົນ​ທະ​ນາ​​ກັບ​ບຸກ​ຄົນ​ສຳ​ຄັນ​ໃນວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ,ການ​ທະ​ນາ​ຄານ,ຄັງ​ປັນ​ຍາ​ແລະ​ສື່ມວ​ນ​ຊົນອີກ​ດ້ວຍ.
 

ຫົວ​ຂໍ້​ຕົ້ນ​ຕໍ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​ແມ່ນ “ຄວາມ​ສາ​ມາດ​ດ້ານການ​ນຳ​ພາ 4,0: ຊ່ອງ​ທາງ​ໃນການ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ຍຸກ​ໂລ​ກາ​ພິ​ວັດ”. ​ໂດຍ​ມີຜູ້​ຕາງ​ໜ້າ​ວົງ​ການ​ການ​ເມືອງ,ການ​ຄ້າ,ນັກວິ​ຊາ​ການ​ແລະວົງ​ການ​ສື່ມວນ​ຊົນ 1.900 ກວ່າ​ຄົນ​ຈາກ 100 ກວ່າ​ປະ​ເທດ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ.

ຄຳ​ເຫັນ

0