黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະ​ໂຍບາຍ “ອາ​ເມຣິກາ​ຕ້ອງ​ມາ​ກ່ອນ” ຈະ​ປະສົບ​ຄວາມຫຼົ້ມ​ເຫຼວຢ່າງ​ແນ່ນອນ

2019-06-27 11:14:16 CRI

ວັນ​ທີ 26 ມິຖຸນາ​ນີ້, ທ່ານ​ໂບຣິສ ຊະ​ເມ​ເລ​ຟ ຫົວໜ້າ​ສູນ​ນະ​ໂຍບາຍ​ການ​ຕ່າງປະ​ເທດຣັດ​ເຊຍ ຂອງ​ສະ​ຖາ​ບັນ​ເສດຖະກິດ​ທີ່​ຂຶ້ນກັບ​ສະ​ຖາ​ບັນ​ວິທະຍາສາດຣັດ​ເຊຍ ​ໄດ້​ກ່າວ​ໃນ​ຂະນະ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ຄັງ​ປັນຍາ​ປະ​ເທດ​ບຣິກສ໌ທີ່​ດຳ​ເນີນ​ຢູ່​ນະຄອນຫຼວງປັກ​ກິ່ງ​ວ່າ: ບົດຮຽນ​ຂອງ​ຈີນ​ເປັນ​ໜ້າ​ຖອດ​ຖອນ​ຮ່ຳຮຽນນຳ ​ແຕ່​ນະ​ໂຍບາຍ “ອາ​ເມຣິກາ​ຕ້ອງ​ມາ​ກ່ອນ” ຈະ​ປະສົບ​ຄວາມຫຼົ້ມ​ເຫຼວຢ່າງ​ແນ່ນອນ.

ທ່ານ​ໂບຣິສ ຊະ​ເມ​ເລ​ຟ ຊີ້​ໃຫ້​ເຫັນ​ວ່າ: ການ​ບໍລິຫານ​ໂລກ​ແມ່ນ​ໝາຍ​ເຖິງ​ປະ​ເທດ​ສະມາຊິກ​ທັງ​ໝົດ​ນຳ​ໃຊ້​ມາດ​ຕະການ​ແກ້​ໄຂ​ທີ່​ສົມ​ຄູ່​ກັນ​ຕໍ່​ກັບ​ບັນຫາ​ສາກົນ​ທີ່​ຕ່າງ​ກັນ ບົນ​ພື້ນຖານ​ປຶກສາ​ຫາລື​ກັນ; ຂະນະ​ທີ່ລັດທິຫຼາຍຝ່າຍກໍ​ຄື​ຝ່າຍ​ຕ່າງໆ​ປຶກສາ​ຫາລື​ກັນ​ບົນ​ພື້ນຖານ​ສະ​ເໝີ​ພາບ​ກັນ ​ເພື່ອ​ແກ້​ໄຂ​ບັນຫາ​ສາກົນ​ແລະ​ພາກ​ພື້ນ ​ແລະ ​ແບກ​ຫາບ​ຄວາມ​ຮັບຜິດຊອບ​ທີ່​ສົມ​ຄູ່​ກັນ. ​ແຕ່​ອາ​ເມຣິກາ​ພັດ​ສະກັດ​ກັ້ນທ່າ​ອ່ຽງ​ໂລກາ​ພິວັດ, ປະຕິບັດ​ນະ​ໂຍບາຍ “ອາ​ເມຣິກາ​ຕ້ອງ​ມາ​ກ່ອນ” ​ເຊິ່ງນະ​ໂຍບາຍ​ທີ່​ເຫັນ​ແກ່​ຕົວດັ່ງກ່າວ​ບໍ່​ອາດ​ຈະ​ສ້າງ​ຜົນ​ດີ​ໃຫ້​ແກ່​ປະຊາຊົນ​ອາ​ເມຣິກາ​ແຕ່​ຢ່າງ​ໃດ ທັງ​ຈະ​ປະສົບ​ຄວາມຫຼົ້ມ​ເຫຼວຢ່າງ​ແນ່ນອນ​ໃນ​ທີ່ສຸດ.  ກົງກັນຂ້າມ​ກັບ​ການ​ກະທຳ​ຂອງອາ​ເມຣິກາ, ຈີນ​​ໄດ້ຍຶດໝັ້ນການ​ເປີດ​ປະຕູ​ສູ່​ພາຍ​ນອກ, ການ​ຮ່ວມ​ມື ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປ​ະ​ໂຫຍ​ດ ​ເຊິ່ງບໍ່​ພຽງ​ແຕ່​ຈະ​ມີ​ຜົນ​ດີ​ຕໍ່​ຈີນ​​ໃນ​ການ​ພັດທະນາ​ປະ​ເທດ​ຕົນ​ເທົ່າ​ນັ້ນ ຂະນະ​ດຽວ​ກັນ, ກໍ​ໄດ້​ຊຸກຍູ້​ການ​ພັດທະນາ​ຂອງ​ປະ​ເທດ​ອື່ນໆ​ອີກ​ດ້ວຍ.

ທ່ານ​ໂບຣິສ ຊະ​ເມ​ເລ​ຟ ຮຽກຮ້ອງ​ໃຫ້​ປະ​ເທດ​ພວມ​ພັດທະນາ​ຈົ່ງ​ຕັ້ງໜ້າ​ຖອດ​ຖອນ​ບົດຮຽນ​ການ​ພັດທະນາ​ຂອງ​ຈີນ ​ໂດຍ​ກ່າວ​ວ່າ: ຈີນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນ​ໃນ​ການ​ສ້າງ​ລະບົບ​ສາຍ​ພົວພັນສາກົນ​​ແບບໃໝ່, ຂໍ້​ລິ​ເລີ່​ມການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ມວນ​ມະນຸດ ​ແລະ ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຂອງ​ຜູ້ນຳ​ຈີນ​ໄດ້​ສະໜອງ​ແຜນການ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ຮ່ວມ​ແລະ​ບັນຫາ​ຕ່າງໆ​ທີ່​ມວນມະນຸດພວມ​ຜະ​ເຊີນຢູ່.

ຄຳ​ເຫັນ

0