李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປ​ະ​ຊຸມ​ມໍ​ລະ​ດົກ​ໂລກ​ຄັ້ງ​ທີ 44 ຈະ​ຈັດ​ຂຶ້ນ​ຢູ່​ຈີນ​ໃນ​ປີ​ໜ້າ

2019-07-10 10:26:21 cri

    ວັນ​ທີ 9 ກໍ​ລະ​ກົດ​ນີ້, ທ່ານ ອາ​ບູນ​ຟາ​ສ ກາ​ຣາ​ເຢັ​ຟ ປະ​ທານ​ຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​ໂລກ​ຂອງ​ອົງ​ການ​ອຸຍ​ເນ​ສ​ໂກ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 43 ໄດ້​ຕາງ​ໜ້າ​ຄະ​ນະ​ກຳ​ມ​ະ​ການ​ມໍ​ລະ​ດົກ​ໂລກ​ປະ​ກາດ​ວ່າ: ກອງ​ປະ​ຊຸມ​ມໍ​ລະ​ດົກ​ໂລກ​ຄັ້ງ​ໜ້າ ຈະ​ຈັດ​ຢູ່​ນະ​ຄອນ​ຟູ​ໂຈ່ວ ສ​ປ ຈີນ​ໃນ​ປີ​ໜ້າ.

    ໃນ​ກອງ​ປ​ະ​ຊຸມ​ທີ່​ຈັດ​ຂຶ້ນຫຼັງ​ຈາກນັ້ນ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຂອງ​ຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​ໂລກ​ໄດ້​ເປັນ​ເອ​ກະ​ພາບ​ກັນ​ສະ​ເໜີ​ໃຫ້​ທ່ານ ທຽນ​ເຊ​ຈູ່ນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການ​ຈີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ທົ່ວ​ປະ​ເທດ​ຈີນ​ຂອງ​ອົງ​ການ​ອຸຍ​ເນ​ສ​ໂກ​ສະ​ຫະ​ປະ​ຊາ​ຊາດ ເປັນ​ປະ​ທານກອງ​ປະ​ຊຸມ​ມໍ​ລະ​ດົກ​ໂລກ​ຄັ້ງ​ທີ 44.

ຄຳ​ເຫັນ

0