吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ດັດ​ສະ​ນີລາຄາ​ບໍລິ​ໂພ​ກຂອງ​ປະຊາຊົນ​ທົ່ວ​ປະ​ເທດ​ຈີນ​ໃນ​ເດືອນ​ມິຖຸນາ​ເພີ່ມ​ຂຶ້ນ 2,7% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີ 2018

2019-07-11 18:51:50 cri

ວັນ​ທີ 10 ມິຖຸນາ​ນີ້, ກົມ​​ສະຖິຕິ​ແຫ່ງ​ຊາດ​ຈີນ​ໄດ້​ເປີ​ດ​ເຜີ​ຍວ່າ: ​ໃນ​​ເດືອນ​ມິຖຸນາຜ່ານ​ມາ, ດັດ​ສະ​ນີລາຄາ​ບໍລິ​ໂພ​ກ ຫຼື CPI ຂອງ​ປະຊາຊົນ​ທົ່ວ​ປະ​ເທດ​ຈີນ​ໄດ້ເພີ່ມ​ຂຶ້ນ 2,7% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີ 2018. ​ໃນ​ 6 ​ເດືອນ​ຕົ້ນ​ປີ​ນີ້, CPI ​ເພີ່​ມຂຶ້ນ 2,2% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີ 2018.

​ໃນ​ເດືອນ​ມິຖຸນາ​ນີ້, ລາຄາ​ສິນຄ້າ ​ແລະ​ການ​ບໍລິການ 8 ປະ​ເພດ​ໃນ CPI ນັ້ນ ມີ 7 ປະ​ເພດ​ເພີ່ມ​ຂຶ້ນ ​ແລະ​ມີ​ປະ​ເພ​ດດຽວ​ຫຼຸດ​ລົງ. ​ລາຄາ​ຂອງອາຫານ, ຢາສູບ ​ແລະ​ເຫຼົ້າ​ເພີ່ມ​ຂຶ້ນ 6,1% ​ເມື່ອ​ທຽບ​ໃສ່​​ໄລຍະ​ດຽວ​ກັນ​ຂອງ​ປີ 2018 ​ເຊິ່ງ​ໄດ້​​ເຮັດ​ໃຫ້ CPI ​ເພີ່ມ​ຂຶ້ນ 1,79%. ​ໃນ​ນັ້ນ, ລາ​ຄາ​ຂອງ​ໝາກ​ໄມ້​ເພີ່ມ​ຂຶ້ນ 42,7%, ລາ​ຄາ​ຊີ້ນ​ເພີ່ມ​ຂຶ້ນ 14,4% (ຊີ້ນ​ໝູ​ເພີ່ມຂຶ້ນ 21,1%), ລາຄາໄຂ່​ໄກ່​ເພີ່ມ​ຂຶ້ນ 6,1% ​ແລະ​ລາ​ຄາ​ຜັກ​ເພີ່ມ​ຂຶ້ນ 4,2%.

ລາຄາຂອງ 7 ປະ​ເພດ​ອື່ນໆ​ມີ 6 ປະ​ເພດ​ເພີ່ມ​ຂຶ້ນ ​ແລະ​ມີ​ປະ​ເພດ​ດຽວ​ຫຼຸດ​ລົງ. ​ໃນ​ນັ້ນ, ລາຄາ​ຂອງ​ເຄື່ອງ​ໃຊ້ ​ແລະ​ການ​ບໍລິການ​ອື່ນໆ​ເພີ່ມ​ຂຶ້ນ 2,7%, ການ​ປິ່ນ​ປົວ ແລະ​ການ​ຮັກສາ​ສຸຂະພາບ​ເພີ່ມ​ຂຶ້ນ 2,5%, ການ​ສຶກສາ, ວັດທະນະທຳ ​ແລະ​ພັກຜ່ອນ​ຢ່ອນ​ອາລົມ​ເພີ່ມ​ຂຶ້ນ 2,4%; ລາ​ຄາ​ເຄື່ອງນຸ່ງ​ຫົ່ມ​​ເພີ່ມ​ຂຶ້ນ 1,8%, ​​ເຮືອນ​ຢູ່​ເພີ່ມ​ຂຶ້ນ 1,6%, ​ເຄື່ອງ​ໃຊ້​ປະຈຳ​ວັນ ​ແລະ​ການ​ບໍລິການ​ເພີ່ມ​ຂຶ້ນ 0,8%; ລາ​ຄາ​ການ​ສັນຈອ​ນແລະ​ການ​ສື່ສານ​ຫຼຸດ​ລົງ 1,9%.

ຄຳ​ເຫັນ

0