李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນ 6 ເດືອນຕົ້ນ​ປີນີ້ ​​ການ​ລົງ​ທຶນຂອງ​ຕ່າງ​ປະ​ເທດໃນ​ຈີນ​ເພີ່ມ​ຂຶ້ນ 7,2%

2019-07-12 16:15:22 cri

    ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ເປີດ​ເຜີຍ​ຂໍ້​ມູນຫຼ້າ​ສຸດ ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ 6 ເດືອນ​ຕົ້ນ​ປີນີ້, ​ການ​ລົງ​ທຶນຂອງ​ຕ່າງ​ປະ​ເທດ​​ຕົວ​ຈິງບັນ​ລຸ 478,33 ຕື້ຢວນ, ເພີ່ມ​ຂຶ້ນ 7,2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ. ທ່ານ ກ່າວ​ເຟິ່ງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ເນັ້ນ​ໜັກ​ວ່າ: ຈີນ​ຈະ​ບໍ່​ກົດ​ດັນ​​ຕໍ່ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ໃດໆ, ຈະ​ບໍ່​ຂົ່ມ​ເຫັງວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ ແລະ​ຈະ​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ຢ່າງ​ເດັດ​ດ່ຽວ.

    ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 11 ກໍ​ລະ​ກົດ​ນີ້, ທ່ານ ກ່າວເຟິ່ງ ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ: ໃນ 6 ເດືອນ​ຕົ້ນ​ປີນີ້, ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ຕົວ​ຈິງ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໜັກ​ແໜ້ນ ແລະ​ທຶນ​ຕ່າງ​ປະ​ເທດ​ໄດ້​ໄຫຼ​ໄປ​ສູ່ຂະ​ແໜງ​ອຸດ​ສາ​ຫະ​ກຳ​ເຕັກ​ນິກ​ສູງຫຼາຍຂຶ້ນກວ່າ​ເກົ່າ.

    ຂໍ້​ມູນ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ 6 ເດືອນ​ຕົ້ນ​ປີນີ້, ​ການ​ລົງທຶນ​ຈາກ​ສ.ເກົາຫຼີ, ສິງ​ກະ​ໂປ, ຍີ່​ປຸ່ນ ແລະ​ເຢຍ​ລະ​ມັນ​ຢູ່​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢູ່​ໃນ​ລະ​ດັບ 10% ຂຶ້ນ​ໄປ.

    ທ່ານ ກ່າວ​ເຟີ່ງ ເນັ້ນ​ໜັກ​ອີກວ່າ: ລັດ​ຖະ​ບານ​ຈີນ​ຈະ​ເປີດ​ປະ​ຕູ​​ຕະຫຼາດ​ໃຫ້​ກວ້າງ​ອອກ​ຕື່ມ​ອີກ, ທັງ​ເພີ່ມ​ການ​ຊຸກ​ຍູ້​​ໃນ​ການ​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ຂອງນັກ​ລົງ​ທຶນ​ຕ່າງ​ປະ​ເທດ, ໃຫ້​ບໍ​ລິ​ການ​ທີ່​ມີ​ຄຸນ​ນະ​ພາບ​ສູງກວ່າ​ເກົ່າ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ເພື່ອ​ເຮັດ​ໃຫ້​ຈີນ​ກາຍ​ເປັນ​ສະ​ຖານ​ທີ່​ທີ່​ໜ້າ​ລົ​ງ​ທຶນ​ທີ່​ສຸດທີ່​ມີ​ຄວາມ​ສາ​ມາດ​ການ​ແຂ່ງ​ຂັນຫຼາຍກວ່າ​ໝູ່​​ສຳ​ລັບ​ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

ຄຳ​ເຫັນ

0