莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ສົນ​ທະ​ນາ​ລະ​ຫວ່າງ​ນັກ​ວິ​ສາ​ຫະ​ກິດ​ກັບ​ອະ​ດີດ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຈີນ-ຍີ່​ປຸ່ນ​ຄັ້ງ​ທີ 5 ໄດ້​ຈັດ​ຂຶ້ນ”ຢູ່​ໂຕ​ກຽວ

2019-07-12 13:39:57 cri

ຕາມ​ຂ່າວ​ສານ​ຊີນ​ຮ​ວາ: ກອງ​ປະ​ຊຸມ​ສົນ​ທະ​ນາ​ລະ​ຫວ່າງ​ນັກ​ທຸ​ລະ​ກິດ​ກັບ​ອະ​ດີດ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຈີນ-ຍີ່​ປຸ່ນ​ຄັ້ງ​ທີ 5 ໄດ້​ຈັດ​ຂຶ້ນ​ຢູ່​ໂຕ​ກຽວແຕ່​ວັນ​ທີ 10 ຫາ​ວັນ​ທີ 11 ກໍ​ລະ​ກົດ​ນີ້. ກອງ​ປະ​ຊຸມ​ເຫັນ​ວ່າ, ນັກ​ທຸ​ລະ​ກິດ​ສອງ​ຝ່າຍ​ຄວນ​ກຳ​ກາ​ລະ​ໂອ​ກາດ, ບຸກ​ເບີກ​ຂົງ​ເຂດ​ການ​ຮ່ວມ​ມື​​ໃໝ່, ຊຸກ​ຍູ້​ການ​ແລກ​ປ່ຽນ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ແທ້​ຈິງ, ເພີ່ມ​ພະ​ລັງ​ແຮງໃໝ່​​ໃນ​ການ​ສ້າງ​ສາຍ​ພົວ​ພັນ​ຈີນ-ຍີ່​ປຸ່ນ​ໃນ​ຍຸກ​ໃໝ່.

ທ່ານ​ເຈິ່ງ​ເຜີຍ​ຢຽນ ປະ​ທານ​ສູນ​ແລກ​ປ່ຽນ​ເສດ​ຖະ​ກິດ​ສາ​ກົນ​ຈີນ, ທ່ານ​ຟູ​ຄູ​ດາ​ຢາ​ຊູ​ໂອ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ, ພ້ອມ​ດ້ວຍ​​ຜູ້​ບໍ​ລິ​ຫານ​ວິ​ສາ​ຫະ​ກິດ​ການ​ຄ້າ, ອະ​ດີດ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ, ຜູ້​ຊ່ຽວ​ຊານ​ແລະ​ນັກ​ວິ​ຊາ​ການ ລວມ 80 ທ່ານ​​ໄດ້ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ດັ່ງ​ກ່າວ. ຜູ້​ແທນ​​ສອງ​ຝ່າຍ​ໄດ້​ດຳ​ເນີນ​ການ​ສົນ​ທະ​ນາ​​ກັນຢ່າງ​ກົງ​ໄປ​ກົງ​ມາ​ໂດຍ​ປິ່ນ​ອ້ອມ​ສະ​ພາບການ​ເສດ​ຖະ​ກິດ​ຈີນ-ຍີ່​ປຸ່ນ, ​ແລະ​ອະ​ນາ​ຄົດ​ແຫ່ງການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ສອງ​ຝ່າຍ.

ສອງ​ຝ່າຍ​ເປັນ​ເອ​ກະ​ພາບ​ກັນ​​ເຫັນວ່າ, ຈີນ-ຍີ່​ປຸ່ນ​ລ້ວນ​ແຕ່​ໄດ້​ກ້າວ​ເຂົ້າ​ສູ່​ຍຸກໃໝ່​ແຫ່ງ​ການ​ພັດ​ທະ​ນາ, ການ​ພົວ​ພັນ​ສອງ​ປະ​ເທດ​ໄດ້​ຜະ​ເຊີນ​​ກັບໂອ​ກາດ​ການ​ພັດ​ທະ​ນາ​ອັນ​ໃໝ່. ສອງ​ຝ່າຍ​ຄວນ​ຈັດ​ຕັ້ງຜັນ​ຂະ​ຫຍາຍໝາກ​ຜົນ​ການ​ພົບ​ປະ​ຂອງ​ຜູ້​ນຳ​ສອງ​ປະ​ເທດ​ໃນ​ກອງ​ປະ​ຊຸມ​ສຸດຍອດG20 ໂດຍ​ໄວ, ພ້ອມ​ກັນ​ຊຸກ​ຍູ້​ສາຍ​ພົວ​ພັນ​ສອງ​ປະ​ເທດ​​ໃຫ້ຂະ​ຫຍາຍ​​ຕົວໄປ​ໜ້າ​ຢ່າງ​ປອດ​ໃສ, ລົງ​ເລິກ​ການ​ເຊື່ອມ​ໂຍງ​ຜົນ​ປະ​ໂຫຍດ​ຂອງ​ສອງ​ປະ​ເທດ​ຕື່ມ​ອີກ, ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃນ​ຂົງ​ເຂດ​​ໃຫ້​ກວ້າງ​ຂວາງ​ກວ່າ​ເກົ່າ.

ຄຳ​ເຫັນ

0