莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ແນວ​ຄິດ​​ສີ​ຈິ້ນ​ຜິງກ່ຽວ​ກັບການ​ຕ່າງ​ປະ​ເທດ​

2019-07-12 10:59:13 cri

ວັນ​ທີ 11 ກໍ​ລະ​ກົດ​ນີ້, ກອງ​ປະ​ຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ແນວ​ຄິດ​​​ສີ​ຈິ້ນ​ຜິງກ່ຽວ​ກັບການ​ຕ່າງ​ປະ​ເທດໄດ້​ຈັດ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ. ທ່ານ​ຊົ້ງ​ທ່າວ ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ກ່າວ​ເປີດ​ພິ​ທີ.

ທ່ານ​ຊົ້ງ​ທ່າວ​ກ່າວ​ເນັ້ນ​ວ່າ: ແນວ​ຄິດ​​ສີ​ຈິ້ນ​ຜິງກ່ຽວ​ກັບ​ການ​ຕ່າງ​ປະ​ເທດ ​ໄດ້​ກຳ​ນົດ​ຢ່າງຈະ​ແຈ້ງ​ວ່າ​ວຽກ​ງານການ​ຕ່າງ​ປະ​ເທດສຳ​ລັບ​ປະ​ເທດ​ໃຫຍ່​ທີ່​ມີ​ສີ​ສັນ​ພິ​ເສດ​​ແບບຈີນ​ແມ່ນ​​ຕ້ອງ​ຊຸກ​ຍູ້​​ການສ້າງ​ສາຍ​ພົວ​ພັນ​ສາ​ກົນ​ແບບ​ໃໝ່, ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ, ຈຸດ​​ສຸມ​ກໍ່​ແມ່ນ​ຖື​ເອົາ​ຜົນ​ປະ​ໂຫຍດ​​ພື້ນ​ຖານ​ຂອງ​ຈີນ​ສົມ​ທົບ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ຂອງ​ບັນ​ດາ​ປະ​ເທດ, ຊຸກ​ຍູ້​​ການ​ສ້າງສາຍ​ພົວ​ພັນ​ຈີນ​ກັບ​ຕ່າງ​ປະ​ເທດ​ທີ່​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ຍຸດ​ຕິ​ທຳ​​ເປັນ​ທຳ, ຮ່ວມ​ມື​ກັນ​ເພື່ອ​ໄຊ​ຊະ​ນະທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ໂດຍ​ສະ​ເພາະ​ໃນ​ເວ​ລາ​ຜະ​ເຊີນ​ໜ້າ​ກັບ​ລັດ​ທິ​ຝ່າຍ​ດຽວ, ລັດ​ທິ​ປົກ​ປ້ອງ, ແລະ​ລັດ​ທິ​ມະ​ຫາ​ອຳ​ນາດຂອງ​ອາ​ເມ​ລິ​ກາ, ໃນ​ເວ​ລາ​ດຳ​ເນີນ​ການ​ຕໍ່​ສູ້​ຢ່າງ​ເດັດ​ດ່ຽວ​ກັບ​​ວາ​ຈາ​ແລະ​ການ​ກະ​ທຳ​ທີ່​ຜິດ​ພາດ​ຂອງ​ອາ​ເມ​ລິ​ການັ້ນ, ​ຈີນ​ຕ້ອງ​ຍຶດ​ໝັ້ນການ​ຊຸກ​ຍູ້​ສາຍ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາ​ທີ່​ມີ​ການ​ປະ​ສານ​ງານ ການ​ຮ່ວມ​ມື​ ແລະ​​ມີຄວາມ​ໝັ້ນ​ຄົງ​ເປັນ​ພື້ນ​ຖານ, ຍຶດ​ໝັ້ນ​ລັດ​ທິຫຼາຍ​ຝ່າຍ, ຊຸກ​ຍູ້​ການ​ຄ້າ​ເສ​ລີ, ການ​ລົງ​ທຶນທີ່​ສະ​ດວກ, ຊຸກ​ຍູ້​ໃຫ້ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ, ຕັ້ງ​ໜ້າ​ນຳພາ​ການ​ປ່ຽນ​ແປງ​ລະ​ບົບ​ການ​ຄຸ້ມ​ຄອງ​ແລະ​ບໍ​ລິ​ຫານ​ທົ່ວ​ໂລກ, ​ສ່ອງ​ແສງ​ໃຫ້​ເຫັນ​​​ລັກ​ສະ​ນະ​ການ​ເມືອງ​ຂອງ​ແນວ​ຄິດ​​ສີ​ຈິ້ນ​ຜິງກ່ຽວ​ກັບ​ການ​ຕ່າງ​ປະ​ເທດ​​ທີ່​ວ່າ: ທັງ​ຍຶດ​ໝັ້ນຫຼັກ​ການ, ກ້​າ​ຕໍ່​ສູ້, ກຳ​ທ່າ​ອ່ຽງ​ລວມ​ໃຫ້​ໄດ້, ແລະ​ກ້າວ​ໜ້າ​​ໄປພ້ອມ​ກັບ​ຍຸກ​ສະ​ໄໝ.

ຄຳ​ເຫັນ

0