黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອະຫິວາ​ໝູ​ອາ​ຟຣິກາສ້າງ​ຄວາມ​​ເສຍ​ຫາຍ​ໃຫ້​ແກ່​ກຳປູ​ເຈຍ

2019-07-12 15:01:49 CRI

ຫົວໜ້າ​ກົມ​ສັດຕະວະ​ແພດ ກະຊວງ​ກະສິກຳ ປ່າ​ໄມ້ ​ແລະ ການ​ປະມົງ​ກຳປູ​ເຈຍ ກ່າວ​ໃນ​ການ​ຖະ​ແຫຼງຂ່າວ​ໃນ​ວັນ​ທີ 11 ກໍລະກົດ​ນີ້​ວ່າ. ​ເນື່ອງ​ຈາກ​​ພະຍາດ​ອະຫິວາ​ໝູ​ອາ​ຟຣິກາ​ແຜ່​ລະບາດ ປັດຈຸບັນ​, ​ໃນ​ທົ່ວ​ປະ​ເທດ​ຕົນ​ມີ​ໝູ 798 ​ໂຕ​ຖືກ​ກຳຈັດ ​ເຊິ່ງ​ແຕ່ລະ​ໂຕ​ມີ​ມູນ​ຄ່າປະມານ 200 ​ໂດ​ລາ​ສະຫະລັດ.

​ເຈົ້າໜ້າ​ທີ່​ທ່ານ​ນີ້​ຍັງ​ກ່າວ​ຕື່ມ​ວ່າ: ປັດຈຸບັນ, ​ຢູ່​ທົ່ວ​ປະ​ເທດ​ກຳປູ​ເຈຍ​ມີ 4 ແຂວງ​ ລວມທັງ​ແຂວງລັດຕະນະ​ຄີລີ, ​ແຂວງຕະບອງ​ຄະ​ມຸມ, ​ແຂວງ​ສະ​ວາຍຣຽງ ​ແລະ ​ແຂວງຕາ​ແກ້ວ ​ໄດ້ພົບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ອະຫິວາ​ໝູ​ອາ​ຟຣິກາ ສົ່ງ​ຜົນ​ເຮັດ​ໃຫ້​ໝູຕາຍ 1.000 ກວ່າ​ໂຕ​.

ຂ່າວ​ລາຍ​ງານ​ຕື່ມ​ວ່າ: ຢູ່ຫຼາຍບ້ານ​ໃນ​ແຂວງ​ຕະບອງ​ຄະ​ມຸມ ຢູ່ຊາຍ​ແດນ​ກຳປູ​ເຈຍ-ຫວຽດນາມ​ໄດ້​​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະຍາດ​ດັ່ງກ່າວ ​ເຊິ່ງ​ເປັນຄັ້ງທີ 2 ທີ່​ພົບ​ການ​​ແຜ່​ລະບາດ​ຂອງ​ພະຍາດ​ອະຫິວາ​ໝູ​ອາ​ຟຣິກາ​ຢູ່ກຳ​ປູ​ເຈຍ ຫຼັງຈາກ​ພະຍາດ​ອະຫິວາ​ໝູ​ອາ​ຟຣິກາ​ໄດ້​ແຜ່​ລະບາດ​ເຂົ້າ​ໄປ​ໃນ​ແຂວງ​ກຣໍ​ແຈະ ​ແລະ ​ແຂວງ​ລັດຕະນະ​ຄີຣີ​ໃນ​ເດືອນ​ມີນາ​ປີ​ນີ້.

ຄຳ​ເຫັນ

0