黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະທານາທິບໍດີ​ຟິລິບ​ປິນພິຈາລະນາ​ຕັດ​ສາຍ​ພົວພັນ​ທາງ​ການ​ທູ​ດກັບ​ອິດສະລັງ

2019-07-17 11:10:59 CRI

ທ່ານຊັນ​ວາ​ດໍ ປາ​ເນ​ໂລ ຫົວໜ້າທີ່​ປຶກສາ​ດ້ານ​ກົດໝາຍ ທັງ​ເປັນ​ໂຄສົກ​ປະທານາທິບໍດີຟິລິບ​ປິນ ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ຂອງ​ທຳນຽບປະທານາ ທິບໍດີ​ໃນ​ວັນ​ທີ 16 ກໍລະກົດ​ນີ້​ວ່າ: ທ່ານ​ໂຣ​ດຣີ​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟິລິບ​ປິນພວມ​ພິຈາລະນາ​ຢ່າງ​ຈິງ​ຈັງ​ໃນ​ການ​ຕັດ​ສາຍ​ພົວພັນ​ທາງ​ການ​ທູດ​ກັບ​ອິດສະລັງ.

ກອງ​ປະຊຸມ​ສະພາ​ສິດທິມະນຸດ​ຂອງ​ອົງການ​ສະຫະ​ປະຊາ​ຊາດສະ​ໄໝ​ສາມັນ​ຄັ້ງທີ 41 ​ໄດ້​ຈັດ​ຂຶ້ນຢູ່​ນະຄອນ​ເຊີ​ແນວ ປະ​ເທດ​ສະ​ວິສ ​​ແຕ່​ວັນ​ທີ 24 ມິຖຸນາ​ຫາ​ວັນ​ທີ 12 ກໍລະກົດ​ນີ້ ​ແລະ​ກອງ​ປະຊຸມ​ໃນ​ວັນ​ທີ 11 ກໍລະກົດ​ນີ້​ໄດ້​ຮັບຮອງ​ເອົາ​ຮ່າງມະຕິທີ່​ຍື່ນ​ໂດຍ​ອິດສະ​ລັງ​ແລະ​ປະ​ເທດ​ອື່ນໆ ​ໂດຍ​ຮຽກຮ້ອງ​ໃຫ້​ຫ້ອງການ​ສິດທິ​ມະນຸດ​ຂອງ​ອົງການ​ສະຫະ​ປະຊາ​ຊາດຍື່ນ​ບົດ​ລາຍ​ງານ​ກ່ຽວ​ກັບບັນຫາ​ສິດທິ​ມະນຸດ​ຂອງ​ຟິລິບ​ປິນຮອບດ້ານ​ສະບັບ​ໜຶ່ງ​ໃນ​ເດືອນມິຖຸນາ​ປີໜ້າ ​ເພື່ອ​ສືບສວນ​ການ​ກະທຳ​ຂອງ​ຟິລິບ​ປິນທີ່​ລ່ວງ​ລະ​ເມີດ​ສິດທິ​ມະນຸດ​ໃນ​ການ​ປາບ​ປາມ​ຢາ​ເສບ​ຕິດ.

ທ່ານ​ປາ​ເນ​ໂລ ກ່າວ​ຕື່ມ​ວ່າ: ທ່ານ​ປະທານາທິບໍດີ​ດູ​ເຕີ​ເຕ​ເຫັນ​ວ່າ ມະຕິ​ດັ່ງກ່າວ​ໄດ້​ສ້າງ​ຂຶ້ນບົນ​ພື້ນຖານ​ຂໍ້​ມູນ​ຂ່າວສານ​ທີ່​ຜິດພາດ ​ແລະ ຕົວ​ເລກ​ທີ່​ບໍ່​ໄດ້​ຜ່ານ​ການກວດ​ສອບ​ແລະ​ຢືນຢັນ​ຈາກ​ທາງ​ການ, ມີ​ຄວາມ​ລຳອຽງ, ມີ​ຄວາມ​ຄັບ​ແຄບ​ທັງ​ມີ​ເຈຕະນາ​ຮ້າຍ.

ທ່ານ​ປາ​ເນ​ໂລ ຍັງ​ກ່າວຕື່ມ​ອີກ​ວ່າ: ​ເຖິງ​ວ່າ​ມະຕິ​ດັ່ງກ່າວ​ບໍ່​ມີຄວາມ​ຜູກ​ມັດ​ກໍ​ຕາມ ​ແຕ່​ກໍ​ມີ​ຄວາມ​ຈຳ​ເປັນ​ຕ້ອງມີການ​ຕອບ​ໂຕ້​ຕໍ່​ເລື່ອງ​ນີ້ ​ເພາະວ່າ​ມັນ​ເປັນ​ການ​​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຢ່າງ​ໜຶ່ງ​ຈາກ​ອິດສະ​ລັງຢ່າງ​ຈະ​ແຈ້ງ.

ຄຳ​ເຫັນ

0