覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຄງການ​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ​ເນັ້ນ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດເພື່ອ​ຊ້າງ​ປ່າ

2019-07-17 16:19:03 cri

ຂ່າວ​ສານ​ຈີນ​ລາຍ​ງານ​ວ່າ: ໂຄງ​ການ​ຕົ້ນ​ຕໍ​ທີ່​ຢູ່​ຕໍ່​ໜ້າ​ສະ​ຖາ​ນີ​ລົດ​ໄຟ​ຮ່ອມ​ຊ້າງ​ປ່າ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ​(ຕອນ​ຢູ່​ຈີນ)​ໄດ້​ສ້າງ​ສຳ​ເລັດ​ແລ້ວ​ໃນ​ວັນ​ທີ 16 ກໍ​ລະ​ກົດ​ນີ້, ແລະ​ໄດ້​​ສືບ​ຕໍ່​ກໍ່​ສ້າງ​​ພາກ​ສ່ວນ​ອື່ນໆ​ທີ່ກ່ຽວ​ຂ້ອງ​ຢູ່​ດ້ານຫຼັງ​ສະ​ຖາ​ນີ. ສະ​ຖາ​ນີ​ລົດ​ໄຟ​ຮ່ອມ​ຊ້າງ​ປ່າ ຕັ້ງ​ຢູ່​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ແຂວງ​ຢູນ​ນານ​ ເຊິ່ງ​ຕິດ​ກັບ​ເຂດ​ສະ​ຫງວນ​ທຳ​ມະ​ຊາດ​ຊ້າງ​ອາ​ຊີ, ສະ​ນັ້ນ, ເພື່ອ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ, ສອງ​ສົ້ນ​ຂອງ​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ດັ່ງ​ກ່າວ​ໄດ້​ເຈາະ​ອຸ​ມົງ​ຊອດ​ຜ່ານ​ພູ​ຜາ ເພື່ອຫຼີກ​ເວັ້ນ​ບໍ່​ໃຫ້​ປ່າ​ດຶກ​ດຳ​ບັນ​ທີ່​ຢູ່​ບໍ​ລິ​ເວນ​​ນັ້ນ​ຖືກ​ທຳ​ລາຍ.

ຄຳ​ເຫັນ

0