莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະ​ນະ​ລັດ​ຖະ​ບານ​​ຊຸດໃໝ່​ຂອງ​ໄທ​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ

2019-07-17 11:22:47 cri

ຕາມ​ຂ່າວ​ສານ​ຈີນ: ວັນ​ທີ 16 ກໍ​ລະ​ກົດ​ນີ້ ທ່ານ​ປ​ຣະ​ຍຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໄດ້​ນຳ​ພາ​ສະ​ມາ​ຊິກ​ຄະ​ນະ​ລັດ​ຖະ​ບານ​ຊຸດ​ໃໝ່​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ​ຕໍ່​​ສົມ​ເດັດ​ມະ​ຫາ ວະ​ຊິ​ລະ​ລົງ​ກອນ ເຈົ້າ​ຊີ​ວິດ​ໄທ. ເຊິ່ງ​ໝາຍ​ຄວາມ​ວ່າ ຄະ​ນະ​​ຮັກ​ສາຄວາມ​ສະ​ຫງົບ​ແຫ່ງ​ຊາດ​ແລະ​ຄະ​ນະ​ລັດ​ຖະ​ບານ​ຊຸດ​ເກົ່າ​ທີ່​ບໍ​ລິ​ຫານ​ປະ​ເທດ​ໄທ​​ມາເປັນ​ເວ​ລາ 5 ປີ​ໄດ້​ຖືກ​ຍົກ​ເລີກ​ອັດ​ຕະ​ໂນ​ມັດ​ແຕ່​ວັນ​ທີ 16 ​ກໍ​ລະ​ກົດ​ນີ້ເປັນ​ຕົ້ນ​ໄປ.

ຕອນ​ບ່າຍມື້​ດຽວ​ກັນ, ສະ​ມາ​ຊິກ​ຄະ​ນະ​ລັດ​ຖະ​ບານ​ຊຸດ​ໃໝ່​ໄດ້​ນຸ່ງ​ຊຸດ​ສີ​ຂາວ​ມາ​ເຖິງ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ໄທ, ແລະ​ຖ່າຍ​ຮູບ​ລວມ​ກັນ​ຢູ່​ຕໍ່​ໜ້າ​ຕຶກ​ລັດ​ຖະ​ບານ. ຫລັງ​ຈາກນັ້ນ, ໄດ້​ເດີນ​ທາງ​ໄປ​ພະ​ລາ​ຊະ​ວັງ ເພື່ອ​ສາ​ບານ​ຕົວ​ຂຶ້​ນ​ຮັບ​ຕຳ​ແໜ່ງ​ຕໍ່​ເຈົ້າ​ຊີ​ວິດ​ໂດຍ​ອີງ​ຕາມລັດ​ຖະ​ທຳ​ມະ​ນູນ, ແລະ​ເລີ່ມ​ປະ​ຕິ​ບັດ​ໜ້າ​ທີ່​ຕຳ​ແໜ່ງໃນ​ການ​ບໍ​ລິ​ຫານ​ປະ​ເທດ.

ຕອນ​ຄ່ຳ​ວັນ​ທີ 15 ກໍ​ລະ​ກົດ​ນີ້, ທ່ານ​​ປ​ຣະ​ຍຸດ​ກ່າວ​ຄຳ​ປາ​ໃສ​ທາງ​ໂທ​ລະ​ພາບ​ວ່າ: ຕົນຈະ​ສີ້ນ​ສຸດ​ການ​ເປັນ​ຫົວ​ໜ້າ​ຄະ​ນະ​​ຮັກ​ສາ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ​ຂອງ​ຕົນ​ທີ່​ປະ​ຕິ​ບັດ​ມາ​ເປັນ​ເວ​ລາ 5 ປີ. ທ່ານ​ກ່າວ​ວ່າ, ​ເລີ່ມ​ແຕ່ຄະ​ນະ​ລັດ​ຖະ​ບານ​ຊຸດ​ໃໝ່​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ​ແລ້ວ, ຄະ​ນະຮັກ​ສາຄວາມ​ສະ​ຫງົບ​ແຫ່ງ​ຊາດແລະ​ລັດ​ຖະ​ບານ​​ຊຸດເກົ່າ​ທີ່​ທ່ານ​ນຳ​ພານັ້ນ​ຈະ​ສິ້ນ​ສຸດ​ພາ​ລະ​ໜ້າ​ທີ່​ພ້ອມ​ກັນ, ປະ​ເທດ​ໄທ​ຈະ​ເຂົ້າ​ສູ່​ຍຸກ​ປະ​ຊາ​ທິ​ປະ​ໄຕ​ຢ່າງ​ແທ້​ຈິງ​ທີ່​​ມີເຈົ້າ​ຊີ​ວິດ​ເປັນ​ປະ​ມຸກ.

ຄຳ​ເຫັນ

0