覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ເພີ່ມ​ທະ​ວີ​ການ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນ​ຍາ​ຕື່​ມ​ອີກ

2019-07-18 10:56:03 cri

ຂ່າວ​ສານ​ຊິນ​ຮ​ວາ​ລາຍ​ງານ​ວ່າ:  ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຕາມ​ປົກ​ກະ​ຕິ​ໃນ​ວັນ​ທີ 17 ກໍ​ລະ​ກົດ​ນີ້​ໂດຍ​ເພີ່ມ​ທະ​ວີ​ການ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນ​ຍາ​ຕື່ມ​ອີກ ແລະ​ໄດ້​ວາງແຜນ​ການ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ອົງ​ກອນ​ ປະ​ເພດ​ຕ່າງໆ​ໃນ​ຕະຫຼາດ​ຢ່າງ​ຕິດ​ແທດ​ຕົວ​ຈິງ. ທີ່​ປະ​ຊຸມ​ຊີ້​ອອກວ່າ: ຕ້ອງ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ບັງ​ຄັບ​ໃຊ້​ກົດ​ໝາຍ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນ​ຍາ, ເພື່ອ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ອົງ​ກອນ​ປະ​ເພດ​ຕ່າງໆ​​ໃນ​ຕະຫຼາດຢ່າງ​ເທົ່າ​ທຽມກັນ.
 

​ໃນ 6 ເດືອນ​ຕົ້ນ​ປີນີ້, ​ພາກ​ສ່ວນ​ປະ​ຕິ​ບັດ​ກົດ​ໝາຍ​ດ້ານ​ສິດ​ທິ​ບັດ​ແລະເຄື່ອງ​ໝາຍ​ສິນ​ຄ້າ​ຂອງທົ່ວ​ປະ​ເທດ​ໄດ້​ປະ​ຕິ​ບັດ​ກົດ​ໝາຍ​ໂດຍ​ສັງ​ລວມ​ ເຊິ່ງ​ໄດ້​ກວດ​ກາ​ແລະ​​ແກ້​ໄຂ​ຄະ​ດີ​ທີ່​ລ່ວງ​​ລະ​ເມີດ​ຊັບ​ສິນ​ທາງ​ປັນ​ຍາ​ແລະ​ປອມລວມ​ທັງ​ໝົດ 6.529 ຄະ​ດີ, ກວດ​ກາ​ແລະ​ແກ້​ໄຂ​ຄະ​ດີ​ຜິດ​ກົດ​ໝາຍ​​ກ່ຽວ​ກັບເຄື່ອງ​ໝາຍ​ສິນ​ຄ້າ 11.500 ຄະ​ດີ. ຜ່ານ​ຈາກ​ການ​ຈັດການ​ເຄື່ອນ​ໄຫວ​​ຈັດ​ຕັ້ງປະ​ຕິ​ບັດ​ກົດ​ໝາຍ​​ການບໍ​ລິ​ຫານ​ຢ່າງ​ມີ​ຈຸດ​ສຸມ, ຊຸກ​ຍູ້​ການ​ສ້າງ​ລະ​ບົບ​ປະ​ສານ​ງານ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນ​ຍາ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ດ້ານ​ການ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນ​ຍາ​ແລະ​ມາດ​ຕະ​ການ​ອື່ນໆ, ຈີນ​ໄດ້​ເພີ່ມ​ຄວາມ​ເຂັ້​ມງວດ​ໃນ​ການ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນ​ຍາ​ຢ່າງ​ຕໍ່​ເນື່ອງ.
 

ຜູ້​ຊີ້​ນຳ​ກ່ຽວ​ຂ້ອງ​ຂອງ​ອົງ​ກາ​ນ​ຊັບ​ສິນ​ທາງ​ປັນ​ຍາ​ແຫ່ງ​ຊາດ​ຈີນ​ກ່າ​ວວ່າ, ໃນ​ຕໍ່​ໜ້າ​ຈະ​ຊຸກ​ຍູ້​ການ​ວາງ​ນະ​ໂຍ​ບາຍ​ກ່ຽວ​ກັບ​ການ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນ​ຍາ​, ເພີ່ມ​ທະ​ວີ​ການ​ຊີ້​ນຳ​ວຽກ​ງານ​ປະ​ຕິ​ບັດ​ກົດ​ໝາຍ​​ການ​ບໍ​ລິ​ຫານ​ກ່ຽວ​ກັບ​ສິດ​ທິ​ບັດ​ແລະ​ເຄື່ອງ​ໝາຍ​ສິ​ນ​ຄ້າ​ຕື່ມ​ອີກ, ເພີ່ມ​ຄວາມ​ເຂັ້ມ​ງວດ​ໃນ​ການກວດ​ກາ​ລົງ​ໂທດ​ຕໍ່​ການ​ກະ​ທຳ​​ທີ່ລ່ວງ​ລະ​ເມີດ​ສິດ​ທິ​ບັດ, ສ້າງ​ສະ​ພາບ​ແວດ​ລ້ອມ​ປະ​ດິດ​ສ້າງ​ໃໝ່​ແລະ​ສະ​ພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ດີກວ່າ​ເກົ່າ.

ຄຳ​ເຫັນ

0