吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະລິມານ​ການ​ຜະລິດ​ພະລັງງານ​ຂອງ​ຈີນ​ເພີ່ມ​ຂຶ້ນ 157,8 ​ເທົ່າ​ໃນ 70 ປີຜ່ານມາ

2019-07-24 17:08:05 cri

​ເມື່ອ​ບໍ່​ດົນ​ມາ​ນີ້, ອົງການ​ສະຖິຕິ​ແຫ່ງ​ຊາດ​ຈີນ​ໄດ້​ລະບຸ​ໃນ “ບົດ​ລາຍ​ງານ​ໝາກຜົນ​ຂອງ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຈີນ​ໃນ​ໂອກາດ​ສະຖາປະນາ​ສາທາລະນະ​ລັດ ປະຊາຊົນ​ຈີນ​ຄົບຮອບ 70 ປີ” ​ເຊິ່ງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ​ໃນ​ເບື້ອງ​ຕົ້ນ, ສປ ຈີນ​ມີ​ຄວາມ​ສາມາດຜະລິດ​ພະລັງງານ​ບໍ່​ພຽງພໍ ​ແລະ​ໃນ​ລະ​ບັບຕ່ຳ. ​ໃນ​ປີ 1949, ສາມາດ​ຜະລິດ​ຖ່ານ​ຫີນ​ໄດ້​ພຽງ​ແຕ່ 20 ລ້ານ​ໂຕນ. ຕະຫຼອດ​ໄລຍະ 70 ປີຜ່ານມາ, ຄວາມ​ສາມາດ​ການ​ຜະລິດ​ພະລັງງານຂອງ​ຈີນ​ໄດ້​ມີ​ຄວາມ​ວ່ອງ​ໄວ ​ແລະ​ສູງ​ຂຶ້ນ ​ແລະ​ກາຍ​ເປັນ​ປະ​ເທດ​ອັນ​ດັບ 1 ​ໃນ​ການ​ຜະລິດ​ພະລັງງານ​ໃນ​ໂລກ, ​ໄດ້​ສ້າງ​ລະບົບ​ການ​ຜະລິດ​ຖ່ານ​ຫີນ, ນ້ຳມັນ​ເຊື້ອ​ໄຟ, ອາຍ​ແກັສທຳ​ມະ​ຊາດ ​ແລະ​ພະລັງງານ​ໝູນວຽນ​ທີ່​ພັດທະນາ​ໄປ​ຄູ່​ກັບ. ​ໃນ​ປີ 2018, ສາມາດ​ຜະລິດ​ຖ່ານ​ຫີນ​ໄດ້ 3,77 ຕື້​ໂຕນ, ​ເພີ່ມ​ຂຶ້ນ 157,8 ​ເທົ່າ​ເ​ມື່ອທຽບ​ໃສ່​ປີ 1949, ມີ​ຈັງຫວະ​ການ​ເຕີບ​ໂຕ​ສະ​ເລ່ຍຕໍ່​ປີ 7,6%. ​ໃນ​ໄລຍະ 70 ປີຜ່ານມາ, ຖ່ານ​ຫີນ​ກວມ​ອັດຕາ​ໄດ້​ຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງ, ຕ່ຳ​ທີ່​ສຸດ​ແມ່ນ​ປີ 2018 ກວມ 69,3%; ນ້ຳມັນ​ດິບ​ກວມ​ອັດຕາ​ໄດ້​ເພີ່ມ​ສູງ​ຂຶ້ນ​ເຖິງ 24,8%​ ​ໃນ​ປີ 1976 ຈາກ​ນັ້ນ​ໄດ້​ຫຼຸດ​ລົງ​ເລື້ອຍໆ, ​ໃນ​ປີ 2018 ​ເຫຼືອ​ພຽງ 7,2% ​ເທົ່າ​ນັ້ນ.

ຄຳ​ເຫັນ

0