尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພູ​ເຈື່ອນຢູ່ມຽນ​ມາ​ໄດ້​ເຮັດ​ໃຫ້ 52 ຄົນ​ເສຍ​ຊີ​ວິດ 25 ພັນ​ຄົນບໍ່​ມີ​ບ່ອນ​ຢູ່​ອາ​ໄສ

2019-08-12 15:00:37 cri

ໜັງ​ສື​ພິມ​ລຽນ​ເຮີ​ຈາວ​ປ້າວ​ຂອງ​ສິງ​ກະ​ໂປ​ລາຍ​ງານ​ວ່າ: ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ມຽນ​ມາ​ໄດ້​ເກີດ​ຝົນ​​ຕົກ​​ໜັກ ສົ່ງ​ຜົນ​ເຮັດ​ໃຫ້​ເກີດ​ໄພ​ພູ​ເຈື່ອນ​ຢ່າງ​ໜັກ​ໜ່ວງ,​ມີ​ຜູ້​ເສຍ​ຊີ​ວິດ 52 ຄົນ,ລັດ​ຖະ​ບານ​ໄດ້​ສົ່ງ​ກອງ​ທະ​ຫານ​ໄປ​ກູ້​ໄພ​ແລະ​ໃຫ້​ການຊ່ວຍ​ເຫຼື​ອ​ແລ້ວ. ຂ່າວ​ແຈ້ງວ່າ: ​ລັດມອນ​​ໄດ້ປະ​ສົບ​ໄພ​​ຢ່າງໜັກ​ໜ່ວງ​ທີ່​ສຸດ,ນ້ຳ​ຖ້ວມ​ໄດ້​ທຳ​ລາຍ​ເຮືອນ​ຢູ່​ໃນ​ລັດ​ດັ່ງ​ກ່າວ​ 4.000 ກວ່າ​ຫຼັງ,ສົ່ງ​ຜົນ​ເຮັດ​ໃຫ້ 25 ພັນຄົນ​ບໍ່​ມີ​ບ່ອນ​ຢູ່​ອາ​ໄສ,ມີ​ແຕ່​ພັກ​ຢູ່​ໃນສາດ​ສະ​ໜາ​ສະ​ຖານແລະ​ສະ​ຖານ​ທີ່​ແຫ່ງ​ອື່ນໆ​ຢູ່​ທ້ອງ​ຖິ່ນ.
 

ຂ່າວ​ແຈ້ງວ່າ: ໄພ​ພູ​ເຈື່ອນ​ທີ່​ເກີດ​ຂຶ້ນ​ຢູ່​​ລັດມອນ​ໃນ​ວັນ​ທີ 9 ສິງ​ຫາ​ນີ້​ເປັນ​ຄັ້ງ​ທີ່​ໜັກ​ໜ່ວງ​ທີ່​ສຸດ​​ຢູ່​ມຽນ​ມາ​ໃນ​ຊຸມ​ປີ​ຜ່ານ​ມາ,ມວນ​ສານ​ຂີ້​ຕົມ​ທີ່​ເຈື່ອນ​ຈາກ​ພູ​ໄດ້​ທັບ​ຖົມເຮືອນ​ຢູ່​ຢ່າງ​ໜ້ອຍ 16 ຫຼັງ​ແລະ​ວັດ 1 ​ຫຼັງ​ໃນ​ບ້ານ​ແຫ່ງ​ໜຶ່ງ. ມາ​ຮອດ​ຕອນ​ເຊົ້າ​ວັນ​ທີ 11 ສິງ​ຫາ​ນີ້,ຍັງ​ມີ​ເຈົ້າ​ໜ້າ​ທີ່​ກູ້​ໄພ​ຫຼາຍ​ຮ້ອຍ​ຄົນ​​ພວມຄົ້ນ​ຫາ​ສົບ​ຂອງ​ຜູ້​ເສຍ​ຊີ​ວິດ​ໃນ​ຂີ້​ຕົມຢູ່.
 

ຫ້ອງ​ການ​ປະ​ສານ​ງານ​ວຽກ​ງານ​ມະ​ນຸດ​ສະ​ທຳ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃຫ້​ຮູ້​ວ່າ:ໄພ​ນ້ຳ​ຖ້ວມ​ທີ່​ເກີດ​ຂຶ້ນ​ໃນ​ຫຼາຍ​ອາ​ທິດ​ມາ​ນີ້​ໄດ້​ເຮັດ​ໃຫ້​ປະ​ມານ 89 ພັນ​ຄົນ​ຊັດ​ເຊ​ພະ​ເນ​ຈອນ,ໃນ​ນັ້ນ​ມີຈຳ​ນວນ​ໜຶ່ງ​ໄດ້​ກັ​ບ​ບ້ານ​ແລ້ວ.

ຄຳ​ເຫັນ

0