覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຕອບ​ໂຕ້​ຖ້ວຍ​ຄຳ​ຮ້າຍ​ແຮງ​ຂອງ​ອາ​ເມ​ຣິ​ກາກ່ຽວ​ກັບ​ຮົງ​ກົງ

2019-08-14 11:01:26 cri

ຂ່າວ​ສານ​ຊິນ​ຮ​ວາ​ລາຍ​ງານ​ວ່າ: ໃນ​ກອງ​ປະ​ຊຸມ​ຖ​ະ​ແຫຼງ​ຂ່າວ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ສິງ​ຫາ​ນີ້, ມີ​ນັກ​ຂ່າວ​ຖາມ​ວ່າ: ຕາມ​ຂ່າວ​ແຈ້ງວ່າ, ວັນ​ທີ 12 ສິງ​ຫາ​ນີ້, ​ນາງ ແນນ​ຊີ ເປ​ໂລ​ຊີ ປະ​ທານ​ສະ​ພາ​ຕ່ຳ​ອາ​ເມ​ຣິ​ກາ, ທ່ານ​ມິ​ສ ແມັກ​ຄອນ​ເນວ ສະ​ມາ​ຊິກ​ສະ​ພາ​ສູງ​ອາ​ເມ​ຣິ​ກາ​ແລະ​ທ່ານ​ອື່ນໆ​ໄດ້ລົງ​ຄວາມ​ເຫັນທາງ Twitter  ທີ່​ເປັນ​ສື່​ສັງ​ຄົມ​ອອນ​ລາຍ​ ໂດຍ​ຕຳ​ໜິ​ວິ​ຈານ​ວ່າ ເຈົ້າ​ໜ້າ​ທີ່​ຕຳຫຼວດ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຈີນ​ປາບ​ປາມ​ຜູ້​ປະ​ທ້ວງ​ດ້ວຍ​ກຳ​ລັງ​ຮຸນ​ແຮ​ງ, ທັງ​ວິ​ຈານ​ຢ່າງ​ໄຮ້​ເຫດ​ຜົນ​ວ່າ ລັດ​ຖະ​ບານ​ຈີນ​ໄດ້​ບຽດ​ບຽນປະ​ຊ​າ​ທິ​ປະ​ໄຕ​ແລະເສ​ລີ​ພາບຂອງ​ຮົງ​ກົງ, ຂໍ​ຖາມ​ທ່ານ​ແດ່ ຝ່າຍ​ຈີນ​ມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່​ກັບ​ເລື່ອງ​ນີ້?
 

ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ອາ​ເມ​ຣິ​ກາ​ປະ​ຕິ​ເສດ​ຊ້ຳແລ້ວ​ຊ້ຳ​ອີກວ່າ ເຫດ​ການ​ໃຊ້​ກຳ​ລັງ​ຮຸນ​ແຮງ​ທີ່​ກຳ​ລັງ​ເກີດ​ຂຶ້ນ​ຢູ່​ຮົງ​ກົງ​ນັ້ນ​ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ອາ​ເມ​ຣິ​ກາ, ແຕ່​ວ່າ ຖ້ອຍ​ຄຳ​ຂອງ​ສະ​ມາ​ຊິກ​ສະ​ພາ​ອາ​ເມ​ຣິ​ກາຫຼາຍ​ຄົນ​ເຫຼົ່າ​ນີ້​ໄດ້​ເປັນ​ການ​ຢັ້ງ​ຢືນຫຼັກ​ຖານ​ໃໝ່​ທີ່​ແທ້​ຈິງ​​ຕໍ່ຊາວ​ໂລກ. ເຂົາ​ເຈົ້າ​ໄດ້​ຍົກ​ຍໍ​ປໍ້​ປັ້ນ​ອາ​ຊະ​ຍາ​ກຳ​ທີ່​ໃຊ້​ກຳ​ລັງ​ຮຸນ​ແຮງ​​ວ່າເປັນ​ການ​ການ​ສະ​ແຫວງ​ຫາ​ສິດ​ທິ​ມະ​ນຸດ​ແລະ​ເສ​ລີ​ພາບ, ບິດ​ເບືອນ​ເລື່ອງ​ທີ່​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຮົງ​ກົງ​ປະ​ຕິ​ບັດ​ກົດ​ໝາຍ​, ປາບ​ປາມ​ອາ​ຊະ​ຍາ​ກຳ​ແລະ​ປົກ​ປັກ​ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ​ຕາມ​ກົດ​ໝາຍ​ນັ້ນ​​ວ່າເປັນ​ການ​ປາບ​ປາມ​ດ້​ວຍ​ກຳ​ລັງ​ຮຸນ​ແຮງ. ເຂົາ​ເຈົ້າ​ຍັງ​ຍຸ​ແຍ່​ໃຫ້​ປະ​ຊາ​ຊົນ​ຮົງ​ກົງ​ຕໍ່​ຕ້ານ​ກັບ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ການ​ພິ​ເສດ​ຮົງ​ກົງ​ແລະ​ລັດ​ຖະ​ບານ​ຈີນ.
 

 ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ​ກ່າວ​ຕື່ມ​ວ່າ, ພວກ​ເຮົາ​​ກ່າວເຕືອນ​ໃຫ້​ອາ​ເມ​ຣິ​ກາ​ຢ່າງ​ເຄັ່ງ​ຂຶມ​ວ່າ ວຽກ​ງານ​ຮົງ​ກົງ​ເປັນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ເທົ່າ​ນັ້ນ, ​ອາ​ເມ​ຣິ​ກາບໍ່​ມີ​ສິດ​ແລະ​ ​ບໍ່​ມີ​ຄຸນ​ວຸດ​ທິ​ຕຳ​ໜິ​ວິ​ຈານ​ຢ່າງ​ຂາດ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ວຽກ​ງານ​ຮົງ​ກົງ.

ຄຳ​ເຫັນ

0