覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເດັດ​ຂາດ​ບໍ່​ອະ​ນຸ​ຍາດ​ໃຫ້​ອິດ​ທິ​ກຳ​ລັງ​ພາຍນອກ​ກໍ່​ເລື່ອງ​ຢ່າງ​ຜິດ​ກົດ​ໝາຍ​ຢູ່​ຮົງ​ກົງ

2019-08-14 15:55:06 cri

ໃນໄລ​ຍະ​ມໍ່ໆ​ຜ່ານ​ມາ​ນີ້, ເຫດ​ການ​ໃຊ້​ກຳ​ລັງ​ຮຸນ​ແຮງ​ທີ່​ຜິດ​ກົດ​ໝາຍ​ຢ່າງ​ໜັກ​ໜ່ວງ​ເຊິ່ງ​ເກີດ​ຂຶ້ນ​ຢູ່​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຈີນ​ໄດ້​​ເພີ່ມ​ຄວາມຮຸນ​ແຮງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ,ຈຳ​ພວກ​ທີ່​ມີ​ເຈດ​ຕະ​ນາ​ບໍ່​ດີ​ຈຳ​ນວນ​ໜຶ່ງ​ຢູ່​ອາ​ເມ​ຣິ​ກາ​ແລະ​ປະ​ເທດ​ຕາ​ເວັນ​ຕົກ​ອື່ນໆ​​ທີ່​ຢູ່ ສາກຫຼັງ​ມາ​ໂດຍ​ຕະຫຼອດ​ໄດ້​ເປີດ​ເຜີຍ​ໂຕ​ຕົນ​ທີ່​ແທ້​ຈິງ,ຍຸ​ແຍ່​ປຸກ​ປັ່ນ​ສະ​ແດງ​ຕົວ​ເປັນ​ຄູ​ສອນ​ພວກ​ຫົວ​ຮຸນ​ແຮງ​ເຊີ່ງ​ເປັນ​ການ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຮົງ​ກົງ​ຢ່າງ​​ບັງ​ອາດ​ເປີດ​ແປນ.
 

 ນັບ​ຕັ້ງ​ແຕ່​ພວກ​ຫົວ​ຮຸນ​ແຮງ​ຮົງ​ກົງ​ກໍ່​ເຫດ​ການ​ໃຊ້​ກຳ​ລັງ​ຮຸນ​ແຮງ​ຕ່າງໆ​ໂດຍ​ຖື​ການ​ຄັດ​ຄ້ານ​ດັດ​ແກ້​​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງເປັນ​ຂໍ້​ອ້າງ​ໃນ​ເດືອນ​ມິ​ຖຸ​ນາ​ເປັນ​ຕົ້ນ​ມາ, ບຸກ​ຄົນ​ໃນ​ປະ​ເທດ​ຕາ​ເວັນ​ຕົກ​ຈຳ​ນວນ​ໜຶ່ງ​ເຊັ່ນ: ​ອັງ​ກິດ, ອາ​ເມ​ຣິ​ກາ​ແລ​ະປະ​ເທດ​ອື່ນໆ​ໄດ້​ຕັ້ງ​ໃຈ​ບິດ​ເບືອນ​ ການ​ເຄື່ອນ​ໄຫວ​​ທີ່ໃຊ້​ກຳ​ລັງ​ຮຸນ​ແຮງ​ວ່າ​ເປັນ​ການ​ເດີນ​ຂະ​ບວນ​ປະ​ທ້ວງ​ໂດຍ​ສັນ​ຕິ,​ແລ້ວ​ຍົກ​ຍໍ​ປໍ​ປັ້ນ​ການ​ກະ​ທຳ​ໃຊ້​ກຳ​ລັງ​ຮຸນ​ແຮງ​ຢ່າງ​ບັງ​ອາດ, ໃສ່​ຮ້າຍ​ປ້າຍ​ສີ​ມາດ​ຕະ​ການ​ທີ່​ເປັນ​ທຳ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ແລະ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຮົງ​ກົງ​ໃນ​ການ​ປົກ​ປ້ອງ​ລະ​ບົບ​ກົດ​ໝາຍ​ແລະ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​​ຂອງ​ສັງ​ຄົມ,​ຍິ່ງກວ່າ​ນັ້ນ​ໄດ້ໃສ່​ຮ້າຍ​ປ້າຍ​​​ສີວ່າ ລັດ​ຖະ​ບານ​ຈີນ​ຕັດ​ຮອນ​​ສິດເສ​ລີ​ພາບ​ແລະ​ສິດ​ທິ​ດ້ານ​ອື່ນໆ​ຂອງ​ຮົງ​ກົງ, ເຊິ່ງ​​ເປັນຖ້ອຍ​ຄຳ​ແລະ​ການ​ກະ​ທຳ​ທີ່​ຮ້າຍ​ແຮງແບບ​ບໍ່​ຄ່ອຍ​ພົບ​ເຫັນ​ໃນ​ໂລກ​ມາ​ກ່ອນ.
 

 ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ອິດ​ທິ​ກຳ​ລັງ​ພາຍນອກ​ໄດ້​ແຊກ​ແຊງວຽກ​ງານ​​ພາຍ​ໃນຮົງ​ກົງ​ນັບ​ມື້​ນັບ​ຮຸນ​ແຮງ​ຂຶ້ນ, ທ່ານ​ໂດ​ມີ​ນິກ ຣັບ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອັງ​ກິດ​ໄດ້​ວາງ​ມາດ​ແບບ​ນັກ​ລ່າ​ຫົວ​ເມືອງ​ຂຶ້ນ​ໃນ​ອະ​ດີດ ​ດ້ວຍ​ການໂທ​ຫາ​ຜູ້​ວ່າ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ໂດຍ​ກົງ​ເພື່ອ​​ສ້າງ​ແຮງ​ກົດ​ດັນ.​ ​ຂະ​ນະ​ທີ່ເຈົ້າ​ໜ້າ​ທີ່​ສະ​ຖານ​ກົງ​ສຸນ​ໃຫຍ່​ອາ​ເມ​ຣິ​ກາ​ປະ​ຈຳ​ຮົງ​ກົງ​ທີ່​​ພົບ​ປະ​​ກັບ​ຫົວ​ໜ້າ​ກຸ່ມ​ “ເພື່ອ​ຄວາມ​ເປັນ​ເອ​ກະ​ລາດ​ຂອງ​ຮົງ​ກົງ” ຢູ່​ຮົງ​ກົງ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້​ແລະ​ລົງ​ຮູບ​ພາບ​ທາງ​ສື່​ສັງ​ຄົມ​ອອນ​ລາຍ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ພັດ​ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ກ່ຽວ​ກັບ​ເລື່ອງ​ນີ້. ຜົນ​ຮ້າຍ​ທີ່​ອິດ​ທິ​ກຳ​ລັງ​ພາຍນອກ​ໃຫ້​ການ​ສະ​ໜັບ​ສະ​ໜູນແລະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ວຸ້ນ​ວາຍ​ຢູ່​ຮົງ​ກົງ​ດ້ວຍການ​ເຄື່ອນ​ໄຫວ​ໃຊ້​ກຳ​ລັງ​ຮຸນ​ແຮງ​ຢ່າງ​​ຍືດ​ເຍື້ອ​ຍາວ​ນານ​ນັ້ນ​ໄດ້​ສ້າງ​ຜົນ​ກະ​ທົບ​ໃຫ້​ແກ່​ຮົງ​ກົງ​ຢ່າງ​ໜັກ​ໜ່ວງ, ຮົງ​ກົງ​ທີ່​​ຖືກ​ຂະ​ໜານ​ນາມ​ວ່າ ​“ໄຂ່​ມຸກ​ຕາ​ເວັນ​ອອກ”​ ນັ້ນ​ກຳ​ລັງ​ຜະ​ເຊີນ​ກັບ​ຄວາມ​ສ່ຽງ​ທີ່ຈະ​ຊຸດ​ໂຊມ​ລົງ.
 

 ພວກ​ເຮົາ​ຂໍ​ກ່າວ​ເຕືອນ​ຢ່າງ​ເຄັ່ງ​​ຂຶມຕໍ່​ອິດ​ທິ​ກຳ​ລັງ​ພາຍນອກ​ຈຳ​ນວນ​ໜຶ່ງ​ຢ່າ​ສູ່​ປະ​ເມີນສະ​ຖາ​ນະ​ການ​ໄປ​ໃນ​ທາງ​ທີ່​ຜິດ, ຢ່າ​ສູ່​​ຕີ​ລາ​ຄາ​ຕ່ຳ​ຕໍ່​ຈິດ​ໃຈ​​ອັນເຂັ້ມ​ແຂງ​ແລະ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ​ຂອງ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ໃນ​ການ​ປົກ​ປ້ອງ​ອະ​ທິ​ປະ​ໄຕ​, ຄວາມ​ໝັ້ນ​ຄົງ, ຄວາມ​ເປັນ​ເອ​ກະ​ພາບ​ຂອງ​ຊາດ,ກໍ​ຄື​ປົກ​ປັກ​ຮັກ​ສາ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ຮົງ​ກົງ. ບໍ່​ວ່າ ຮົງ​ກົງ​ຈະ​ເກີດ​ເຫດ​ການ​ຫຍັງ​ກໍ​ຕາມ, ພວກ​ເຮົາ​ມີຫຼາຍ​ວິ​ທີ​ແລະ​ມີກຳ​ລັງ​ອັນ​ເຂັ້ມ​ແຂງ​ຢ່າງ​ພຽງ​ພໍ​ເພື່ອ​ຮັບ​ມື​ຢ່າງ​​ສຸ​ຂຸມທຸ່ນ​ທ່ຽງ.​ສຳ​ລັບພວກ​ອິດ​ທິ​ກຳ​ລັງ​ພາຍນອກ​ທີ່​ກໍ່​ເລື່ອງ​ຢ່າງ​ຜິດ​ກົດ​ໝາຍ​ນັ້ນ,  ພວກ​ເຮົາ​​ພ້ອມ​ກັນ​ເປັ່ງ​ສຽງ​ຮ້ອງ​ດັງໆ​ດ້ວຍ​ຄວາມເດັດ​ຂາດ​ວ່າ “​ຈົ່ງຢຸດ​ກະ​ທຳ​ເລື່ອງ​ນີ້​ສາ” .

ຄຳ​ເຫັນ

0