蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ໜາມ​ບິນ​ສາ​ກົນ​ຮົງ​ກົງ​ຢຸດ​ຕິ​ການ​ໃຫ້​ບໍ​ລິ​ການ​ແຈ້ງຂຶ້ນ​ເຮືອ​ບິນ​ທັງ​ໝົດໃນ​ວັນ​ທີ 13 ສິງ​ຫາ​ນີ້​ຍ້ອນ​​ການ​ໂຮມ​ຊຸມ​ນຸມ​ຜິດ​ກົດ​ໝາຍ

2019-08-14 16:03:59 CRI

ຍ້ອນ​ຖືກ​ກະ​ທົບ​ຈາກ​ການ​ໂຮມ​ຊຸມ​ນຸມ​ຜິດ​ກົດ​ໝາຍ, ອົງ​ການ​ຄຸ້ມ​ຄອງ​ສະ​ໜາ​ມ​ບິນ​ຮົງ​ກົງ​ໄດ້​ອອກ​ແຈ້ງ​ການ​ໃນ​ເວ​ລາ 17 ໂມງ​ຂອງ​ວັນ​ທີ 13 ສິງ​ຫາ​ນີ້​ວ່າ, ການ​ບໍ​ລິ​ການ​ໃນ​ຕຶກ​ອາ​ຄານ​ຜູ້​ໂດຍ​ສານ​ສະ​ໜາມ​ບິນ​ສາ​ກົນ​ຮົງ​ກົງ​ຖືກ​ປິດ​ຕັນ​ຢ່າງ​ຮ້າຍ​ແຮງ, ສະ​ນັ້ນ, ຈິ່ງ​ຈຳ​ເປັນ​ຕ້ອງ​​ຢຸດ​ຕິ​ການ​ບໍ​ລິ​ການ​ແຈ້ງ​ຂຶ້ນ​ເຮືອ​ບິນ​ທັງ​ໝົດ.

ອົງ​ການ​ຄຸ້ມ​ຄອງ​ສະ​ໜາມ​ບິນ​ຮຽກ​ຮ້ອງ​ໃຫ້​ຜູ້​ໂດຍ​ສານ​ຈົ່ງ​ອອກ​ຈາກ​ຕຶກ​ອາ​ຄານ​ຜູ້​ໂດຍ​ສານ​ໂດຍ​ໄວ. ຜຸ້​ໂດຍ​ສານ​ທີ່​ຖືກ​ກະ​ທົບ​​ຄວນຕິດ​ຕໍ່​ພົວ​ພັນ​ກັບ​ບໍ​ລິ​ສັດ​ການ​ບິນ​ເພື່ອ​ຈັດ​ສັນ​ຖ້ຽວ​ບິນ​ຄືນ​ໃໝ່. ອົງ​ການ​ຄຸ້ມ​ຄອງ​ສະ​ໜາມ​ບິນ​ຮຽກ​ຮ້ອງ​ໃຫ້​ບຸກ​ຄົນ​ທີ່​ມີ​ຊື່​ສຽງ​ຢ່າ​ເຂົ້າ​ໄປ​ສະ​ໜາມ​ບິນ​ສາ​ກົນ​ຮົງ​ກົງ ແລະ ທາງ​ສະ​ໜາມ​ບິນ​ໄດ້​ເປີດ​ນຳ​ໃຊ້​ສູນ​ຮັບ​ມື​ສຸກ​ເສີນ. ອົງ​ການ​ຄຸ້ມ​ຄອງ​ສະ​ໜາມ​ບິນ​ໄດ້​ຕິດ​ຕໍ່​ພົນ​ພັນ​ຢ່າງ​ໃກ້​ຊິດ​ກັບ​ບໍ​ລິ​ສັດ​ການ​ບິນ​ແລະ​ຄູ່​ຮ່ວມ​ມື​ດ້ານ​ທຸ​ລະ​ກິດ​ທີ່​ກ່ຽວ​ຂ້ອງ ແລະ ຫວັງ​ວ່າ, ສະ​ໜາມ​ບິນ​ຈະ​ສາ​ມາດ​ຟື້ນ​ຟູ​ການ​ບໍ​ລິ​ການ​ຕາມ​ປົກ​ກະ​ຕິ​ໄດ້ໂດຍ​ໄວ.

ຄຳ​ເຫັນ

0