ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕາມຂ່າວສານຊີນຮວາ: ວັນທີ 18 ສິງຫານີ້, ຢູ່ມົສກູ, ທ່ານເຊເກ ໂຊຍກູ ລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍກ່າວວ່າ: ຣັດເຊຍຍິນດີສືບຕໍ່ເຈລະຈາກັບອາເມຣິກາກ່ຽວກັບບັນຫາລູກສອນໄຟນຳວິຖີໄລຍະໃກ້ແລະໄລຍະກາງ, ພ້ອມທັງເຕືອນໃຫ້ອາເມຣິກາວ່າບໍ່ຄວນຕົວະໃນບັນຫາວ່າ“ເຈລະຈາຫຼືບໍ່ເຈລະຈາ”.
ທ່ານໂຊຍກູກ່າວວ່າ: ກ່ຽວກັບບັນຫາລູກສອນໄຟນຳວິຖີໄລຍະໃກ້ແລະໄລຍະກາງ, ຝ່າຍຣັດເຊຍພ້ອມເປີດປະຕູໃນການສົນທະນາຢູ່ແລ້ວ, ແຕ່ຣັດເຊຍຈະຍຶດໝັ້ນໃນຫຼັກໝັ້ນໃນກ່ອນໜ້ານີ້, ຖ້າອາເມຣິກາບໍ່ຕິດຕັ້ງລູກສອນໄຟນຳວິຖິໄລຍະໃກ້ແລະໄລຍະກາງໃນເຂດເອີຣົບແລະອາຊີປາຊີຟິກ, ຣັດເຊຍກໍ່ຈະບໍ່ຕິດຕັ້ງລູກສອນໄຟນຳວິຖີປະເພດດຽວກັນນີ້ເຊັ່ນກັນ.
ຄຳເຫັນ
0