蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັງ​ກິດ​ໄດ້​ສະ​ເໜີ​ເງື່ອນ​ໄຂ​ເຈ​ລະ​ຈາ​ກ່ຽວ​ກັບ​ສັນ​ຍາ “ຖອນ​ຕົວ​ອອກ​ຈາກ​ສະ​ຫະ​ພາບເອີ​ຣົບ” ສະ​ບັບ​ໃໝ່​

2019-08-20 15:41:44 CRI

ວັນ​ທີ 19 ສິ​ງ​ຫາ​ນີ້, ​ທ່ານ​ໂບ​ຣິ​ສ ຈອນ​ສັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ໄດ້​ສົ່ງ​ສານ​ໄປ​ຍັງ​ສະ​ຫະ​ພາບ​ເອີ​ຣົບ ໂດຍໄດ້​ສະ​ເໜີ​ເງື່ອນ​ໄຂ​ເຈ​ລະ​ຈາ​ກ່ຽວ​ກັບ​ສັນ​ຍາ “ຖອນ​ຕົວ​ອອກ​ຈາກ​ສະ​ຫະ​ພາບເອີ​ຣົບ” ສະ​ບັບ​ໃໝ່​ຕໍ່​ສະ​ຫະ​ພາບ​ເອີ​ຣົບ ເຊິ່ງ​ແມ່ນທ່ານ​ໂບ​ຣິ​ສ ຈອນ​​ສັນຕິດ​ຕໍ່​ພົວ​ພັນ​ກັບ​ສະ​ຫະ​ພາບ​ເອີ​ຣົບ​ຢ່າງ​ເປັນ​ເຈົ້າ​ການ​ເປັນ​ຄັ້ງ​ທຳ​ອິດ​ກ່ຽວ​ກັບ​ການ “ຖອນ​ຕົວ​ອອກ​ຈາກ​ສ​ະ​ຫະ​ພາ​ບ​ເອີ​ຣົບ” ພາຍຫຼັງ​ທ່ານ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ເປັນ​ເວ​ລາ​ເກືອ​ບ​ໜຶ່ງ​ເດືອນ.

ໃນ​ສານ​ທີ່​ສົ່ງ​​ເຖິງທ່ານ​ໂດ​ໂນ ​ທັ​ສ ປະ​ທາ​ນ​ສະ​ພາ​ມົນ​ຕີ​ເອີ​ຣົບ​ໄດ້ລະ​ບຸ​ວ່າ, ຄວາມ​ບໍ່​ພໍ​ໃຈ​ຂອງ​ອັງ​ກິດ​ຕໍ່​ສັນ​ຍາ “ຖອນ​ຕົວ​ອອກ​ຈາກ​ສ​ະ​ຫະ​ພາບ​ເອີ​ຣົບ” ສະ​ບັບ​ເກົ່າ​ຕົ້ນ​ຕໍ​ແມ່ນ​ສຸມ​ໃສ່ “​ແຜນ​ສຳ​ຮອງ” ກ່ຽວ​ກັບ​ບັນ​ຫາ​ຊາຍ​ແດນ​ອຽກ​ລັງ​ເໜືອ ເຊິ່ງ​ຈະ​ມີ​ຄວາມ​ສ່ຽງ​​ດ້ານ​ອະ​ທິ​ປະ​ໄຕ​​ທີ່​ຄົບ​ຖ້ວນຂອງ​ອັງ​ກິດ ແລະ “ບໍ່​ເປັນ​ປະ​ຊາ​ທິ​ປະ​ໄຕ”. ສັນ​ຍາ “ຖອນ​ຕົວ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ” ສະ​ບັບ​ໃໝ່​ຕ້ອງ​ຍົກ​ເລີກ “​ແຜນ​ສຳ​ຮອງ”. ທ່ານ​ຈອນ​​ສັນ​ຮຽກ​ຮ້ອງ​ໃຫ້​ອັງ​ກິດ​ ແລະ ສ​ະ​ຫະ​ພາບ​ເອີ​ຣົບ​ຊອກ​ຫາ​ແຜນ​ກາ​ນ​ໃໝ່​ທົດ​ແທນທີ່ “​ສອດ​ຄ່ອງ ແລະ ສ້າງ​ສັນ” ມາ​ແກ້​ໄຂ​ບັນ​ຫາ​ຊາຍ​ແດນ​ອຽກ​ລັງ​ເໜືອ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ຍ້ອນ​ການ “ຖອນ​ຕົວ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ”.

ອີງ​ຕາມ​ສັນ​ຍາ “ຖອນ​ຕົວ​ອອກ​ຈາກ​ສະ​ຫະ​ພ​າ​ບ​ເອີ​ຣົບ” ທີ່​ທ່ານ​ນາງ​ເທ​ເຣ​ຊາ ເມ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ຕົກ​ລົງ​ກັບ​ສະ​ຫະ​ພາບ​ເອີ​ຣົບ​ວ່າ, ຖ້າ​ອັງ​ກິດ ແລະ ສະ​ຫະ​ພາ​ບ​ເອີ​ຣົບ​ບໍ່​ສາ​ມາດ​ບັນ​ລຸ​ແຜນ​ການ​ທີ່​ດີກວ່າ​ກ່ຽວ​ກັບ​ການ​ຄ້າ​ໃນ​ເຂດ​ອຽກ​ລັງ​ເໜືອ ໃນ​ໄລ​ຍະ​ຂ້າມ​ຜ່ານ​ຂອງ​ການ “ຖອນ​ຕົວ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ”, ຈະ​ຕ້ອງລິ​ເລີ່ມ​ນຳ​ໃຊ້ “​ແຜນ​ສຳ​ຮອງ” ພາຍຫຼັງ​ໄລ​ຍະ​ຂ້າມ​ຜ່ານ​ສິ້ນ​ສຸດ​ລົງ.

ຄຳ​ເຫັນ

0