蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລີ່ມການ​ລາດ​ຕະ​ເວນ​ປະ​ຕິ​ບັດ​ກົດ​ໝາຍ​ຮ່ວມ​ຕາມ​ລຳ​ແມ່​ນ້ຳ​ຂອງລະ​ຫວ່າງຈີນ, ລາວ, ມຽນ​ມາ ແລະ ໄທ​ຄັ້ງ​ທີ 85

2019-08-21 15:00:08 CRI

​ເວ​ລາ 9 ໂມງ​ເຄິ່ງ​ຕອນ​ເຊົ້າ​ວັນ​ທີ 20 ສິງ​ຫາ​ນີ້, ກຳ​ປັ່ນ​ປະ​ຕິ​ບັດ​ກົດ​ໝາຍ 4 ລຳ​ຂອງ​ຈີນ ແລະ ມຽນ​ມາ​ໄດ້​ອອກ​ເດີນ​​ທາງ​ຈາກ​ທ່າ​ກຳ​ປັ່ນ​ຈິງ​ຮາ​ກິ່ງ​ແຂວງ​​ເຜົ່າ​ລື້ສິບ​ສອງ​ພັນ​ນາ​ແຂວງ​ຢຸນ​ນານ​ຈີນ ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ລາດ​ຕະ​ເວນ​ປະ​ຕິ​ບັດ​ກົດ​ໝາຍ​ຮ່ວມ​ຕາມ​ລຳ​ແມ່​ນ້ຳ​ຂອງ​​ລະ​ຫວ່າງຈີນ, ລາວ, ມຽນ​ມາ ແລະ ໄທ​ຄັ້ງ​ທີ 85 ໄດ້​ເລີ່ມ​ຂຶ້ນ​ແລ້ວ ເຊິ່ງ​ຈະ​ໃຊ້ເວ​ລາ 4 ວັນ 3 ຄືນ​.

ເຈົ້າ​ໜ້າ​ທີ່​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ພະ​ແນກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຂວງ​ຢຸນ​ນານ​ຈີນ​ໃຫ້​ຮູ້​ວ່າ, ການ​ເຄື່ອນ​ໄຫວ​ຄັ້ງ​​ນີ້​ລວມ​ມີ​ການ​ລາດ​ຕາ​ເວນ​ເປັນ​ຕອນ ແລະ ການ​ລາດ​ຕະ​ເວນ​ທັງ​ໝົດ​ຕາມ​ລຳ​ແມ່​ນ້ຳ​ຂອງຕາມ​ທີ່​ໄດ້​ກຳ​ນົດ. ໃນ​ໄລ​ຍະ​ການ​ເຄື່ອນ​ໄຫວ, ກອງ​ລາດ​ຕະ​ເວນ​ປະ​ຕິ​ບັດ​ກົດ​ໝາຍ​ຈະ​ຮ່ວມ​ກັນ​ກວດ​ກາສະ​ພາບ​ການ, ຮ່ວມ​ກັນ​ລົງ​ຢ້ຽມ​ຢາມ​ປະ​ຊາ​ຊົນ ແລະ ໂຄ​ສະ​ນາ​ການ​ປາບ​ປາມ​ຢາ​ເສບ​ຕິດ​ຢູ່​ບ້ານ​ຊຽງ​ກົກ, ບ້ານມອມ ແລະ ເຂດ​ສາ​ມ​ຫຼ່ຽມ​ຄຳ ພ້ອມ​ທັງ​​ຈັດ​​ຕັ້ງເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍຖອດ​ຖອນ​ບົດ​ຮຽນການ​​ລ່ອງ​ເຮືອ​ດ້ວຍ​ຄວາມ​ປອດ​ໄພ ຍ້ອນ​ມີ​ອຸ​ບັດ​ເຫດ​​ກຳ​ປັ່ນເກີດ​ຂຶ້ນ​ເລື້ອຍໆ​ໃນ​ໄລ​ຍະ​ນ້ຳ​ຂຶ້ນ. ນອກ​ນີ້, ຍັງ​ຈະ​ໄດ້ຮ່ວມ​ກັນ​ຍົກ​ຄວາມ​ສາ​ມາດ​ປ້ອງ​ກັນ​ຄວາມ​ປອດ​ໄພ ແລະ ຄວາມ​ສາ​ມາດ​ຊ່ວຍ​ເຫຼືອ​ສຸກ​ເສີນ​ຢູ່​ຕ​າມ​ລຳ​ນ້ຳ​ຂອງອີກ​ດ້ວຍ.

ຄຳ​ເຫັນ

0