莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

Twitter ແລະ Facebook​ ​ບໍ່​ຕ້ອງ​ການ​ຄວາມ​ມີ​ຊື່​ສຽງ​ແລ້ວ​ຫວະ?

2019-08-22 15:03:58 cri

ວັນ​ທີ 21 ສິງ​ຫານີ້, ​ວິ​ທະ​ຍຸ CRI ​ໄດ້​ອອກ​ບົດ​ຄວາມ​ຂອງນັກ​ວິ​ເຄາະ​ທີ່​​ພາດ​ຫົວ​ເລື່ອງວ່າ “Twitter ແລະ Facebook​ ບໍ່​ຕ້ອງ​ການ​ຄວາມ​ມີ​ຊື່​ສຽງ​ແລ້ວ​​ຫວະ?”

ບົດ​ຄວາມ​ຂຽນ​ວ່າ: ຫວ່າງມໍ່ໆ​ມານີ້, Twitter ແລະ Facebook ຂອງ​ອາ​ເມ​ຣິ​ກາ​ໄດ້​ປະ​ກາດ​ປິດ​ ID ເກືອບ​ພັນຄົນ, ແລະ​ກ່າວ​ວ່າ ID ເຫຼົ່າ​ນີ້​ໄດ້ “ເຜີຍ​ແຜ່​ຂ່າວ​ປອມ​ກ່ຽວ​​ກັບ​ການ​ເດີນ​ຂະ​ບວນ​​ປະ​ທ້ວງ​ຢູ່​ຮົງ​ກົງ”, ແລະ​ “ໄດ້​ຮັບການ​ສະ​ໜັບ​ສະ​ໜູນ​ຈາກ​ທາງ​ການ​ຈີນ”.

​ເບິ່ງ​ຈາກ​ຖະ​ແຫຼງ​ການ​ຂອງ Twitter ແລະ Facebook ແລ້ວເຫັນ​ໄດ້​ວ່າ, ID ທີ່​​ຖືກ​ປິດ​ຍ້ອນ​ຂໍ້​ອ້າງ​ທີ່​ວ່າ “​ເຜີຍ​ແຜ່​ຂ່າວ​ຢ່າງ​ຜິດ​ກົດ​ລະ​ບຽບ”ນັ້ນ​ມີ 2 ປະ​ເພດ​ເຊັ່ນ: ​ໜຶ່ງ​ແມ່ນຄັດ​ຄ້ານການ​ກະ​ທຳ​ຮຸນ​ແຮງ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​​ຕ່າງໆ​ເຊັ່ນ: ບຸກ​​ທຳ​ລາຍສະ​ພາ​ນິ​ຕິ​​ບັນ​ຍັດ​ຮົງ​ກົງ, ໂຈມ​ຕີ​ຕຳຫຼວດ, ​ປິດກັ້ນ​ການ​ຄົມ​ມະ​ນາ​ຄົມ​ສາ​ທາ​ລະ​ນະ, ​ທຳ​ຮ້າຍ​ນັກ​ຂ່າວ​ແລະ​ອື່ນໆ, ສອງ​ແມ່ນ​ສະ​ໜັບ​ສະ​ໜູນ​ຕຳ​ຫຼວດ​ຮົງ​ກົງ​ບໍ່​ໃຫ້​ປ່ອຍ​ຕົວ​ກຸ່ມ​ຫົວ​ຮຸນ​ແຮງ, ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ເພື່ອ​ສະ​ແດງ​ຄວາມ​ຍຸດ​ຕິ​ທຳ. ຂໍ້​ມູນ​ທີ່​ມີ​ຮູບ​ພາບ​ແລະ​ມີ​ຄວາມ​ເປັນ​ຈິງ​ເຫຼົ່າ​ນີ້ ພັດ​ຖືກ Twitter ແລະ Facebook ຖື​ວ່າເປັນ “ຂ່າວ​ປອມ”.

ການ​ກະ​ທຳ​ທີ່​ປິ້ນ​ຂາວ​ເປັນ​ດຳ, ບໍ່​​ໄຈ້​ແຍກ​ຖືກ​​ຜິດ​ຂອງ Twitter ແລະ Facebook ເຫຼົ່າ​ນີ້ ໄດ້​ເປີດ​ເຜີຍ​ໜ້າ​ກາກ​ອັນ​ປອມ​ແປງ​ຂອງ​ເຂົາ​ທີ່​ວ່າ “ເສ​ລີ​ພາບ​ໃນ​​ການ​ປາກ​ເວົ້າ”, ໄດ້​ກາຍ​ເປັນ​ຜູ້​​ໃຫ້​ການ​ສະ​ໜັບ​ສະ​ໜູນ​ກຸ່ມ​ການ​ເມືອງ​ທີ່​ສ້າງ​ຄວາມ​ປັ່ນ​ປ່ວນ​ວຸ້ນ​ວາຍ​ດ້ວຍ​ກຳ​ລັງ​ຮຸນ​ແຮງ​​ຢູ່​ຮົງ​ກົງ. Twitter ແລະ Facebook ​ກະ​ທຳ​ໃນ​ລັກ​ສະ​ນະ​ນີ້​ຢ່າງ​ບັງ​ອາດ​ເປິດ​ແປ​ນ, ແມ່ນບໍ່​​ຕ້ອງ​ການ​ມີ​ຊື່​ສຽງ​ແລ້ວ​ຫວະ?

ຄຳ​ເຫັນ

0