李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຮັກ​ສາ​ຖາ​ນະ​ທີ່​ເປັນ​ຄູ່​ການ​ຄ້າ​ທີ່​ສຳ​ຄັນ​ຂອງ​ເຢຍ​ລະ​ມັນ

2019-08-22 14:12:12 cri

    ວັນ​ທີ 21 ສິງ​ຫານີ້, ອົງ​ການ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ແລະ​ການ​ລົງ​ທຶນ​ສະ​ຫະ​ພັນ​ເຢຍ​ລະ​ມັນ ໄດ້​​ຂໍ້​ມູນສະ​ຖິ​ຕິ​ເບື້ອງ​ຕົ້ນ​ຈາກ​ອົງ​ການ​ສະ​ຖິ​ຕິ​ສະ​ຫະ​ພັນ​ເຢຍ​ລະ​ມັນ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ 6 ເດືອນ​ຕົ້ນ​ປີນີ້, ຈີນ​ຍັງ​ຄົງ​ເປັນ​ຄູ່​ການ​ຄ້າ​ທີ່​ສຳ​ຄັນ​ຂອງ​ເຢຍ​ລະ​ມັນ​ຄື​ເກົ່າ ແລະ​ຍອດມູນ​ຄ່າ​ການ​ຄ້າລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ບັນ​ລຸ​ປະ​ມານ 99,2 ຕື້​ເອີ​ໂຣ.

    ຂໍ້​ມູນ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ 6 ເດືອນ​ຕົ້ນ​ປີນີ້, ຈີນ​ເປັນ​ປະ​ເທດ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ການ​ສົ່ງ​​ອອກສິນ​ຄ້າ ​ສູ່​ເຢຍ​ລະ​ມັນ​ທີ່​ມີ​ມູນ​ຄ່າ​ປະ​ມານ 52 ຕື້​ເອີ​ໂຣ, ເພີ່ມ​ຂຶ້ນ 4% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ; ຂະ​ນະ​ດຽວ​ກັນ, ຈີນ​ຍັງ​ເປັນ​ປະ​ເທດ​ທີ່​ສຳ​ຄັນ​ຂອງ​ເຢຍ​ລະ​ມັນ​ໃນ​ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ​ຕົນ ໂດຍ​ໄດ້​ສົ່ງ​ອອກ​ໃນ​ມູນ​ຄ່າ​ປະ​ມານ 47,2 ຕື້​ເອີ​ໂຣ​ໃນ 6 ເດືອນ​ຕົ້ນ​ປີນີ້, ເພີ່ມ​ຂຶ້ນ 4,1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ ແລະ​ເປັນ​ອັນ​ດັບ​ 3.

    ຂໍ້​ມູນ​ດັ່ງ​ກ່າວ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ປີ 2018 ຜ່ານ​ມາ, ເຢຍ​ລະ​ມັນ​ໄດ້​ນຳ​ເຂົ້າ​ສິນ​ຄ້າ​ຈາກ​ຈີນ​ໃນ​ມູນ​ຄ່າ​ປະ​ມານ 106,2 ຕື້​ເອີ​ໂຣ, ເຮັດ​ໃຫ້​ຈີນ​ກາຍ​ເປັນ​ປະ​ເທດ​ໃຫຍ່​ທີ່​ສຸດ​ໃນ​ການ​ສົ່ງ​ອອກ​ສິນ​ຄ້າ​ສູ່​ເຢຍ​ລະ​ມັນ​ໃນ 4 ປີ​ລຽນ​ຕິດ.

ຄຳ​ເຫັນ

0