吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກິດຈະກຳ “ວັນ​ຈີນ-ອາ​ຊຽນ” ປີ 2019 ​​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ

2019-08-22 17:43:52 cri

图片默认标题_fororder___172.100.100.3_temp_9500020_1_9500020_1_1_6756dcd0-6ab8-46c3-a8ba-483072e3282f

ວັນ​ທີ 21 ສິງຫາ​ນີ້, ກິດຈະກຳ “ວັນ​ຈີນ-ອາ​ຊຽນ” ປີ 2019 ​ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ຈີນ-ອາ​ຊຽນທີ່​ຕັ້ງ​ຢູ່​ນະຄອນຫຼວງ​ປັກ​ກິ່ງ ​ສປ ຈີນ. ສູນ​ຈີ​ນ-ອາ​ຊຽນ ​ແລະສະມາ​ຄົມ​ມິດຕະພາບ​ກັບ​ນານາ​ຊາດ​ນະຄອນຫຼວງ​ປັກ​ກິ່ງ​ໄດ້ຮ່ວມ​ກັນ​ເປັນ​ເຈົ້າພາບ​ຈັດ​ກິດຈະກຳ​ດັ່ງກ່າວ​ເພື່ອ​ສະ​ເຫຼີ​ມສະຫຼອງ​ການ​ສ້າງ​ຕັ້ງ​ອາ​ຊຽນຄົບຮອບ 52 ປີ, ​ປີ​​ແລກປ່ຽນ​ສື່​ມວນ​ຊົນ​ຈີນ-ອາ​ຊຽນປີ 2019 ​ແລະປີ​​ວັດທະນະທຳ​ອາຊຽນປີ 2019 ​ເພື່ອ​ຊຸກຍູ້​ການ​ແລ​ກປ່ຽນ​ດ້ານ​ວັດທະນະທຳຈີນ-ອາ​ຊຽນ.

ທ່ານ​ເສີນ​ເຕີ​ໄຫ ​ຫົວໜ້າ​ກອງເລຂາສູນ​ຈີນ-ອາ​ຊຽນ, ທູຕານຸທູດ​ຂອງບັນດາ​ປະ​ເທດ​ອາ​ຊຽນປະຈຳຈີນ, ຜູ້ຕາງໜ້າ​ວົງ​ການ​ຕ່າງໆ​ຂອງ​ຈີນ ​ແລະ​ບັນດາ​ປະ​ເທດ​ອາ​ຊຽນ ກໍ​ຄື​ນັກ​ຂ່າວ​ປະມານ 200 ຄົນ​ໄດ້​​ເຂົ້າ​ຮ່ວມ​ກິດຈະກຳຄັ້ງ​ນີ້. ທ່ານຫຼຽນ​ຈ້ຽນຈຸ່ນ​ທີ່​ປຶ​ກສາ​ທູດ​ກົມ​ອາຊີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ປາ​ໄສ​ວ່າ: ປີ​ນີ້​ແມ່ນ​ປີ​ວັດທະນະທຳ​ອາ​ຊຽນ ​ແລະ​ປີ​ແລກປ່ຽນ​ສື່​ມວນ​ຊົນ​ຈີນ-ອາ​ຊຽນ, ກົມອາຊີ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຍິນ​ດີ​ສືບ​ຕໍ່​ສະໜັບສະໜູນ​ສູນ​ຈີນ-ອາ​ຊຽນ, ສະມາຄົມມິດຕະພາບກັບ​ນານາ​ຊາດນະຄອນຫຼວງ​ປັກ​ກິ່ງ ​ແລະ​ອົງການ​ອື່ນໆ​​ເພື່ອ​ດຳ​ເນີນ​ການຈັດ​ກິດຈະກຳ​ດ້ານ​ວັດທະນະທຳ, ການ​ສຶກສາ, ສື່​ມວນ​ຊົນ ​ແລະ​ອື່ນໆ​​ໃຫ້​ມີ​ຫຼາກ​ຫຼາຍ​ສີສັນ.

ກິດຈະກຳ​ດັ່ງກ່າວ​ຍັງ​ໄດ້​ສະ​ແດງ​ສີມືມໍ​ລະ​ດົກ​ວັດທະນະທຳ​ນາມ​ມະ​ທຳ​ຂອງ​ຈີນ, ການ​ເຕັ້ນ​ລຳ, ​ຮ້ອງເພງ ​ແລະ​ອາຫານດັ້ງ​ເດີມຂອງ​ຈີນ ​ແລະ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ​ອື່ນໆ.
 

ຄຳ​ເຫັນ

0