蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອິ​ສ​ລາມ​ກັບ​ສຳ​ນັກ​ຂົງ​ຈື້​ຊາວ​ໜຸ່ມ​ມາ​ເລ​ເຊຍ-ຈີນ” ໄດ້​ຈັດ​ຂຶ້ນ​ຢູ່​ມາ​ເລ​ເຊຍ

2019-08-22 17:18:11 CRI

“ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອິ​ສ​ລາມ​ກັບ​ສຳ​ນັກຂົງ​ຈື້​ຊາວ​ໜຸ່ມ​ມາ​ເລ​ເຊຍ-ຈີນ” ​ຄັ້ງ​ທີ 2 ໄດ້​ຈັດ​ຂຶ້ນ​ຢູ່ນະ​ຄອນຫຼວງ​ກົວ​ລາ​ລຳ​ເປີ​ປະ​ເທດ​ມາ​ເລ​ເຊຍ​ໃນ​ວັນ​ທີ 21 ສິງ​ຫາ​ນີ້.

​ການ​ຈັດກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ​ເພື່ອ​ສະ​ເຫຼີມ​ສະຫຼອງວັນ​ລະ​ນຶກ​ການ​ສ້າງ​ຕັ້ງສາຍ​ພົວ​ພັນ​ຈີນ-ມາ​ເລ​ເຊຍ​ຄົບ​ຮອບ 45 ປີ ​ເຊິ່ງພາຍ​ໃຕ້​ຫົວ​ຂໍ້: ຈະ​ລິ​ຍະ​ທຳ​ໃນ​ສັດ​ຕະ​ວັດ​ທີ 21: ທົບ​ທວນ​ຄືນ​ການ​ປະ​ກອບ​ສ່ວນ​ຂອງ​ແນວ​ຄິດ​ອິ​ສ​ລາມ ແລະ ສຳ​ນັກ​ຂົງ​ຈື້ ​ໂດຍ​ມີ​ຜູ້​ຊ່ຽວ​ຊານ, ບຸກ​ຄົນ​ດີ​ເດັ່ນ​ໃນ​ວົງ​ການ​ການ​ເມືອງ​ແລະ​ການ​ຄ້າ ແລະ ຊາວ​ໜຸ່ມ 300 ກວ່າ​ທ່ານ​ເຂົ້າ​ຮ່ວມ ໂດຍຈະ​ລົງ​ເລິກ​ປຶ​ກ​ສາ​ຫາ​ລື​​ກ່ຽວ​ກັບສາ​ສະ​ໜາ​ອິ​ສ​ລາມ ແລະ ສຳ​ນັກ​ຂົງ​ຈື້​ທີ່​ມີ​ບົດ​ບາດ ແລະ ການ​ປະ​ກອບ​ສ່ວນ​ແນວ​ໃດ​ຕໍ່​ໂລກ​ປັດ​ຈຸ​ບັນ.

ຄຳ​ເຫັນ

0