莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊາວ​ຈີນ​ທີ່​ຖືກ​​ບາດ​ເຈັບໃນ​ອຸ​​ບັດ​ຕິ​ເຫດ​ທາງ​ຖະ​ໜົນ​ຢູ່ຫຼວງ​ພະ​ບາງ​ໄດ້​ຮັບ​ການ​ປິ່ນ​ປົວ​ຢ່າງ​ທັນ​ການ​ແລະ​ເໝາະ​ສົມ

2019-08-23 11:18:54 cri

ຕາມ​ຂ່າວCRI: ​ວັນ​ທີ 22 ສິງ​ຫານີ້, ໂຮງ​ໝໍ 103 ໄດ້​ແຈ້ງ​ໃຫ້​ຊາບ​ວ່າ: ນັບ​ມາ​ຮອດ​ປັດ​ຈຸ​ບັນ, ​ຊາວ​ຈີນ 20 ຄົນ​ທີ່​ໄດ້​ຮັບ​ບາດ​ເຈັບ​ໃນ​ອຸ​ບັດ​ຕິ​ເຫດ​ທາງ​ຖະ​ໜົນ​ຢູ່​ນະ​ຄອນຫຼວງ​ພະ​ບາງ ທີ່​​ຖືກ​ນຳ​ສົ່ງໄປ​ໂຮງ​ໝໍ 103 ໄດ້​ຮັບ​ການ​ປິ່ນ​ປົວຢ່າງ​ທັນ​ການ​ແລະ​ເໝາະ​ສົມ, ຜູ້​ບາດ​ເຈັບ​ໜັກ​ລ້ວນ​ແຕ່​​ພົ້ນ​ຂີດ​ອັນ​ຕະ​ລາຍແລ້ວ, ​ສ່ວນ​ອາການ​ຂອງ​ຜູ້​ບາດ​ເຈັບ​ຄົນ​ອື່ນໆ​ແມ່ນ​ດີ​ຂື້ນ.

ວັນ​ທີ 19 ສິງ​ຫານີ້, ໃນ​ຈຸດ​ເສັ້ນ​ທາງ​ທີ່​ຫ່າງ​ຈາກ​ນະ​ຄອນຫຼວງ​ພະ​ບາງ​ປະ​ມານ 40 ກິ​ໂລ​ແມັດ, ລົດ​ທ່ອງ​ທ່ຽວ​ທີ່​ມີ​ຊາວ​ຈີນ 44 ຄົນ​ເກີດ​ອຸ​ບັດ​ຕິ​ເຫດ​ຮ້າຍ​ແຮງ, ເຮັດ​ໃຫ້ 13 ຄົນ​ເສຍ​ຊີ​ວິດ, 31 ຄົນ​ບາດ​ເຈັບ.

ທ່ານ​​ຢຽນ​ມິງ ຫົວ​ໜ້າ​​ແພດຊ່ຽວ​ຊານ​ຈີນ​ທີ່​​ປະ​ຈຳ​ຢູ່​ໂຮງ​ໝໍ 103, ສະ​ມາ​ຊິກ​​ໃນ​ໜ່ວຍງານ​ການ​ແພດ “ຂະ​ບວນ​ລົດ​ໄຟ​ສັນ​ຕິ​ພາບ2019” ໃຫ້​ສຳ​ພາດ​ຕໍ່ນັກ​ຂ່າ​ວ​ວ່າ, ໂດຍ​ຜ່ານ​ການ​ປິ່ນ​ປົວ​ຢ່າງ​ເອົາໃຈ​ໃສ່​ຕະ​ຫຼອດ 24 ຊົ່ວ​ໂມງ​ຂອງ​ແພດ​ຜູ້​ຊ່ຽວ​ຊານ​ຈີນ​ຮ່ວມ​ກັບ​ທ່ານ​ໝໍ​ທະ​ຫານ​ລາວ, ປັດ​ຈຸ​ບັນ, ໃນ​ຈຳ​ນວນ​ຜູ້ບາດ​ເຈັບ​ໜັກ​ແລະ​ຜ້ານ​ກາງ 20 ຄົນ​ນັ້ນ, 18 ຄົນ​ມີ​ອາ​ການ​ຊົງ​ຕົວ, ອີກ 2 ຄົນ​ບາດ​ເຈັບ​ໜັກ.

ຄຳ​ເຫັນ

0