赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້​ນ​ຜິງ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ງານ​ແຂ່ງ​ຂັນ​ບານບ້ວງ​ຊິງ​ຂັນ​ໂລກ 2019

2019-08-31 11:53:59 cri

图片默认标题_fororder_2

ທ່ານສີຈິ້ນຜິງເຂົ້າຮ່ວມພິທີເປີດງານແຂ່ງຂັນບານບ້ວງຊິງຂັນໂລກ 2019

ຕາມຂ່າວ CRI ຕອນຄ່ຳວັນທີ 30 ສິງຫານີ້ ທ່ານສີຈິ້ນຜິງ ປະທານປະເທດ ສປ ຈີນໄດ້ເຂົ້າຮ່ວມພິທີເປີດງານແຂ່ງຂັນບານບ້ວງຊິງຂັນໂລກ 2019 ຢູ່ທີ່ສູນລອຍນ້ຳແຫ່ງຊາດຈີນ.

ເວລາ 19 ໂມງ 55 ນາທີ ຕາມເວລາປັກກິ່ງ, ທ່ານສີຈິ້ນຜິງ ພ້ອມດ້ວຍທ່ານໂຮຣາຊີໂອ ມູລາໂຕ, ປະທານສະຫະພັນບານບ້ວງສາກົນ, ທ່ານ ແອນດຣິສ ແຈກລິສ ເລຂາທິການສະຫະພັນບານບ້ວງສາກົນ ແລະທ່ານດູເຕີເຕ ປະທານາທິບໍດີຟິລິບປິນທີ່ພວມຢ້ຽມຢາມຢູ່ຈີນໄດ້ກ້າວເຂົ້າຫໍໂອລິມປິກຂອງສູນລອຍນ້ຳແຫ່ງຊາດຈີນ, ເຮັດໃຫ້ຜູ້ຊົມທັງຫຼາຍຢືນຂຶ້ນຕົບມືຊົມເຊີຍໂຮຮ້ອງຢ່າງຄຶກຄື້ື້ນ.

ໃນເວລາກ່າວຄຳເຫັນໃນພິທີເປີດງານດັ່ງກ່າວ ທ່ານມູລາໂຕ ປະທານສະຫະພັນບານບ້ວງສາກົນກ່າວວ່າ, ງານແຂ່ງຂັນບານບ້ວງຊິງຂັນໂລກ 2019 ເປັນງານແຂ່ງຂັນຄັ້ງໜຶ່ງທີ່ຈັດຂຶ້ນຢູ່ຕົວເມືອງຫຼາຍບ່ອນ, ມີຂະໜາດໃຫຍ່ທີ່ສຸດແລະໄດ້ຮັບຄວາມສົນໃຈຢ່າງສູງທີ່ສຸດໃນປະຫວັດສາດ. ທ່ານໄດ້ຕີລາຄາຢ່າງສູງຕໍ່ວຽກງານກະກຽມຂອງຝ່າຍຈີນ ແລະສະແດງຄວາມຂອບອົກຂອບໃຈ. ທ່ານເຊື່ອວ່າ ງານແຂ່ງຂັນຄັ້ງນີ້ຈະໄດ້ດຳເນີນໄປຢ່າງໄດ້ຮັບຜົນສຳເລັດທີ່ດີ.

ໂດຍຮັບເຊີນຈາກທ່ານມູລາໂຕ, ທ່ານປະທານສີຈິ້ນຜິງໄດ້ປະກາດວ່າ: ງານແຂ່ງຂັນບານບ້ວງຊິງຂັນໂລກ 2019 ເລີ່ມຕົ້ນ!

ຫຼັງຈາກນັ້ນ ສະຖານທີ່ຈັດງານດັ່ງກ່າວໄດ້ຊັກທຸງສະຫະພັນບານບ້ວງສາກົນ ແລະທຸງຂອງງານແຂ່ງຂັນບານບ້ວງຊິງຂັນໂລກກສາກົນ 2019.

ງານແຂ່ງຂັນບານບ້ວງຊິງຂັນໂລກສາກົນແມ່ນງານແຂ່ງຂັນບານບ້ວງລະຫວ່າງທິມຊາດຕ່າງໆທີ່ມີລະດັບສູງສຸດ ໂດຍມີສະຫະພັນບານບ້າງເປັນເຈົ້າພາບ ແຕ່ລະ 4 ປີຈັດຂຶ້ນເທື່ອໜຶ່ງ, ການແຂ່ງຂັນຮອບຊິງຊະນະເລີດຂອງງານຄັ້ງນີ້ແມ່ນຈັດຂຶ້ນຢູ່ຈີນແຕ່ວັນທີ 31 ສິງຫາ ຫາ ວັນທີ 15 ກັນຍານີ້.

图片默认标题_fororder_3
ທ່ານ​ສີ​ຈິ້​ນ​ຜິງ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ງານ​ແຂ່ງ​ຂັນ​ບານບ້ວງ​ຊິງ​ຂັນ​ໂລກ 2019

 

ຄຳ​ເຫັນ

0