尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ສີ​ຈິ້ນ​ຜິງ ເນັ້ນ​ໜັກ​ໃຫ້​ຊາວ​ໜຸ່ມ​ສູ້​ຊົນ​ເພື່ອ​ບັນ​ລຸ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ຊາດ

2019-09-04 11:55:12 cri

图片默认标题_fororder_1

ຕອນ​ເຊົ້າ​ວັນ​ທີ 3 ກັນ​ຍາ​ນີ້, ​ໄດ້​ຈັດພິ​ທີ​ເປີດ​ຊຸດ​ອົບ​ຮົມ​ຊາວ​ໜຸ່ມ​ແລະ​ໄວ​ກາງ​ຢູ່​ໂຮງ​ຮຽນ​ພັກ​ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ໃນ​ພາກ​ຮຽນລະ​ດູ​ໃບ​ໄມ້​ຫຼົ່ນ​ປີ 2019. ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ,ປະ​ທານ​ປະ​ເທດ,ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ​ໃນ​ພິ​ທີ​ເປີດ​ໂດຍ​ເນັ້ນ​ໜັກ​ໃຫ້​ພະ​ນັກ​ງານ​ທັງ​ຫຼາຍ​ໂດຍ​ສະ​ເພາະ​ແມ່ນ​ພະ​ນັກ​ງານ​ໜຸ່ມ​ທັງ​ໝົດ​ຕ້ອງ​ໄດ້​ຮັບ​ການ​ຫຼໍ່​ຫຼອມ​ທາງ​ດ້ານ​ແນວ​ຄິດ,​ສ້າງ​ປະ​ສົບ​ການ​ຕ່າງໆ​ທາງ​ການ​ເມືອງ​ແລະ​ທາງພຶດ​ຕິ​ກຳ,ເສີມ​ຂະ​ຫຍາຍ​ຈິດ​ໃຈ​ສູ້​ຊົນ,ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ດ້ານ​ການ​ສູ້​ຊົນ,ພະ​ຍາ​ຍາມ​ສູ້​ຊົນ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ “100 ປີ 2 ເຫດ​ການ” ແລະ​ບັນ​ລຸ​ຄວາ​ມ​ໃຝ່​ຝັນ​ຂອງ​ຊົນ​ຊາດ​ຈີນ​ໃນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ.
图片默认标题_fororder_2

ຄຳ​ເຫັນ

0