黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ ​ຮຽກ​ຮ້ອງ​ໃຫ້​ຄູ​ອາ​ຈານ​ແລະ​ນັກ​ສຶກ​ສາ​ຂອງ​ໂຮງ​ຮຽນ​ຊັ້ນ​ສູງ​ກະ​ສິ​ກຳ​​ທົ່ວ​ປະ​ເທດ​ຈົ່ງ​ຖື​ເອົາການ​ພັດ​ທະ​ນາ​ກະ​ສິ​ກຳ​ໃຫ້​ເຂັ້ມ​ແຂງ​ເປັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ

2019-09-06 16:13:09 cri

ວັນ​ທີ 5 ກັນ​ຍາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ຕອບ​ຈົດ​ໝາຍ​ຂອງ ອະ​ທິ​ການ​ບໍ​ດີ​ແລະ​ຜູ້​ຊ່ຽວ​ຊານ​ຂອງ​ໂຮງ​ຮຽນ​ຊັ້ນ​ສູງ​ທີ່​ຕິດ​ພັນ​ກັບ​ວຽກ​ງານ​ກະ​ສິ​ກຳຂອງ​ທົ່ວ​ປະ​ເທດ​ຈີນ, ​ໂດຍ​ທ່ານ​ໄດ້​ໃຫ້​ທິດ​ຊີ້​ນຳ​ກ່ຽວ​ກັບ​ວຽກ​ງານ​ສິດ​ສອນ​ຢູ່​ໂຮງ​ຮຽນ​ຊັ້ນ​ສູງ​ທີ່​​ຕິດ​ພັນ​ກັບ​ວຽກ​ງານກະ​ສິ​ກຳ, ສົ່ງ​ເສີມ​ແລະ​​ຕອບ​ສະ​ໜອງ​ຕໍ່​ຄວາມ​ມຸ້ງ​ມາດ​ປາ​ຖະ​ໜາ​ຂອງ​ຄູ​ອາ​ຈານ​ແລະ​ນັກ​ສຶກ​ສາ​ທັງ​ຫຼາຍ.

ທ່ານ​ສີ​ຈິ້ນ​ຜິງ ຊີ້​ໃຫ້​ເຫັນ​ວ່າ, ພາຍ​ຫຼັງສະ​ຖາ​ປະ​ນາ​ ສ​ປ ຈີນ​ຂຶ້ນ​ມາ​ໄດ້ 70 ປີ​ມາ​ນີ້, ໂຮງ​ຮຽນ​ຊັ້ນ​ສູງ​​ທີ່​ຕິດ​ພັນ​ກັບ​ວຽກ​ງານ​ກະ​ສິ​ກຳ​ຂອງ​ທົ່ວ​ປະ​ເທດ​ຈີນ​ໄດ້​​ເອົາ​ໃຈ​ໃສ່​ຕໍ່​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ສິດ​ສອນ​ຂອງ​ຕົນ​ໄດ້​ເປັນ​ຢ່າງ​ດີ, ​ຕັ້ງ​ໜ້າ​ກໍ່​ສ້າງ​ຜູ້​ທີ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​​ທີ່ດີ​ເດັ່ນ, ເພີ່ມ​ທະ​ວີ​ການ​ຄົ້ນ​ຄວ້າ​​ທາງວິ​ທະ​ຍາ​ສາດ​ແລະ​ການ​ປະ​ດິດ​ສ້າງ​ໃໝ່, ​ແລະ​ໄດ້ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ພາ​ລະ​ກິດ “ກະ​ສິ​ກຳ, ຊົນ​ນະ​ບົດ​ແລະ​ຊາວ​ກະ​ສິ​ກອນ.”

ທ່ານ​ສີ​ຈິ້ນ​ຜິງ ເນັ້ນ​ໜັກ​ວ່າ, ປະ​ເທດ​ຈີນ​ຢາກ​ຫັນ​ເປັນ​​ທັນ​ສະ​ໄໝ​ຕ້​ອງຫັນ​ກະ​ສິ​ກຳ​ແລະ​ຊົນ​ນະ​ບົດ​ໃຫ້​ເຫັນ​ທັນ​ສະ​ໄໝສາ​ກ່ອນ, ກະ​ສິ​ກຳ​ແລະ​ຊົນ​ນະ​ບົດ​ຢາກ​ຫັນ​ເປັນ​ທັນ​ສະ​ໄໝ, ຂອບ​ສຳ​ຄັນ​ແມ່ນ​ຂຶ້ນ​ຢູ່​ນຳ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ. ຫວັງ​ວ່າ​ພວກທ່ານ​ຈະ​ສືບ​ຕໍ່​ຖື​ເອົາ​ວຽກ​ງານ​ການ​ສຶກ​ສາ​ອົບ​ຮົມ​ເປັນ​ພື້ນ​ຖານ, ຖື​​ເອົາການ​ພັດ​ທະ​ນາ​ກະ​ສິ​ກຳ​​ທີ່​ເຂັ້ມ​ແຂງ​ເປັນ​​ໜ້າ​ທີ່ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ, ສ້າງ​ໝາກ​ຜົນ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ໃຫ້​ຫຼາຍກວ່າ​ເກົ່າ, ​ສ້າງຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ແບບ​ໃໝ່​ທີ່​ຮູ້​ຈັກ​ກະ​ສິ​ກຳ, ຮັກ​ວຽກ​ງານ​ກະ​ສິ​ກຳ​ຫຼາຍກວ່າ​ເກົ່າ, ​ປະ​ກອບ​ສ່ວນ​ໃຫຍ່​ຫຼວງກວ່າ​ເກົ່າ​ເພື່ອ​ຊຸກ​ຍູ້​ວຽກ​ງານກະ​ສິ​ກຳ​ແລະ​ຊົນ​ນະ​ບົດ​ຫັນ​ເປັນ​​ທັນ​ສະ​ໄໝ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ສະ​ບຽງ​ອາ​ຫານ​ຂອງ​ຊາດ, ຍົກ​ສູງ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ແລະ​ຄຸນ​ສົມ​ບົດ​ສິນ​ທຳຂອງ​ຊາວ​ກະ​ສິ​ກອນ​ຫຼາຍ​ຮ້ອຍ​ລ້ານ​ຄົນ, ຊຸກ​ຍູ້​ການ​ປັບ​ປຸງ​ລະ​ບົບ​ພູ​ຜາ, ນ້ຳ, ປ່າ​ໄມ້, ດິນ​ນາ, ໜອງ​ນ້ຳ​ແລະ​ທົ່ງ​ຫຍ້າ, ​ປະ​ກອບ​ສ່ວນ​ອັນ​ໃໝ່​ໃຫຍ່​ຫຼວງກວ່າ​ເກົ່າ​ເພື່ອ​ເອົາ​ຊະ​ນະ​ໃນ​ບັ້ນ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ແລະ​ຊຸກ​ຍູ້​ໃຫ້​ຊົນ​ນະ​ບົດ​ສາ​ມາດ​ສ້າງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຢ່າງ​ຮອບ​ດ້ານ.

ຄຳ​ເຫັນ

0