蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ເຜີຍ​ແຜ່​ປຶ້ມ​ປົກສີ​ຟ້າເພື່ອ​ຊ່ວຍ​ວິ​ສາ​ຫະ​ກິດ​ຈີນເປີ​ດກວ້າງຄວາມ​ສາ​ມາດ​ດ້ານ​ການ​ຮ່ວມ​ມື​ການ​ຜ​ະ​ລິດ​ສາ​ກົນ

2019-09-09 16:35:12 CRI

​ກອງ​ເລ​ຂາ​ຂອງງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ໄດ້​ເຜີຍໃຫ້​ຮູ້​ໃນ​ວັນ​ທີ 7 ກັນ​ຍາ​ນີ້​​ວ່າ, ປຶ້ມ​ປົກ​ສີ​ຟ້າ​ຫົວ​ທຳ​ອິດ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ ທີ່​ພາດ​ຫົວ​ຂໍ້: “ບົດ​ລາຍ​ງານ​ການ​ພັດ​ທ​ະ​ນາ​ເຂດ​ນິ​ຄົມອຸ​ດ​ສາ​ຫະ​ກຳ​ອາ​ຊຽນ​ພາຍ​ໃຕ້​ເງື່ອນ​ໄຂ​ເພີ່ມ​ຄວາມ​ສາ​ມາດ​ດ້ານການ​ຮ່ວມ​ມື​​ການ​ຜ​ະ​ລິດ​ສາ​ກົນ​ຈີນ-ອາຊຽນ (2019)” ໄດ້​ພິມ​ຈຳ​ໜ່າຍ​ໃນ​ຫ​ວ່າງ​ມໍ່ໆ​ນີ້ ເຊິ່ງ​ໄດ້​ສະ​ໜອງ​ຂໍ້​ມູນ​ຕົວ​ຈິງ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ໃນ​ການ​ເປີດກວ້າງຄວາມ​ສາ​ມາ​ດ​ດ້ານ​ການ​ຮ່ວມ​ມື​​ການ​ຜະ​ລິດ​ສາ​ກົນ ແລະ ການ​ຮ່ວມ​ມື​ເຂດ​ນິ​ຄົມອຸດ​ສາ​ຫະ​ກຳ.

ເຈົ້າ​ໜ້າ​ທີ່ກອງເລ​ຂາ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ກ່າວ​ວ່າ, ປັດ​ຈຸ​ບັນ, ວິ​ສາ​ຫະ​ກິດ​ຈີນ​ມີ​ຄວາມ​ຕ້ອງ​ການຫຼາຍ​ໃນ​ການ​ເພີ່ມ​ຄວາມ​ສາ​ມາດ​ດ້ານ​ການ​ຜະ​ລິດ​ສາ​ກົນ ແລະ ລົງ​ທຶນ​ຢູ່​ເຂດ​​ນິ​ຄົມອຸດ​ສາ​ຫະ​ກຳ​ອາ​ຊຽນ. ການ​ພິມ​ຈຳ​ໜ່າຍ​ປຶ້ມ​ຫົວ​ນີ້ມີ​ຈຸດ​ປະ​ສົງ​ແນະ​ນຳ​ນະ​ໂຍ​ບາຍ​ອຸດ​ສາ​ຫະ​ກຳ ແລະ ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ​​ຢູ່ເຂດ​​ນິ​ຄົມອຸດ​ສາ​ຫະ​ກຳ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ ພ້ອມ​ທັງ​ອະ​ທິ​ບາຍ​ນະ​ໂຍ​ບາຍ ແລະ ວິ​ເຄາະ​ຄວາມ​ສ່ຽງ ເພື່ອ​ສະ​ໜອງ​ຂໍ້​ມູນ​ທີ່​ໄວ້​ໃຈ​ໄດ້​ໃຫ້​ແກ່​ວິ​ສາ​ຫະ​ກິດ​ໄປ​ລົງ​ທຶນ​​ຢູ່ເຂດນິ​ຄົມ​ອຸດ​ສາ​ຫະ​ກຳ​ອາ​ຊຽນ ແລະ ເຂົ້າ​ຮ່ວມ​ການ​ເປີດກວ້າງ​ຄວາມ​ສາ​ມາ​ດ​ດ້ານ​ການຮ່ວມ​ມື​ການ​ຜ​ະ​ລິດ​ສາ​ກົນ​ຈີນ-ອາ​ຊຽນ.

ຄຳ​ເຫັນ

0