莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ການ​ຄ້າ​ຮົງ​ກົງ​ຈີນ-ອາ​ຊຽນ​ຄັ້ງ​ທີ 3 ຈັດ​ຂຶ້ນ​ຢູ່​ບາງ​ກອກ​ປະ​ເທດ​ໄທ

2019-09-10 15:00:18 cri

ວັນ​ທີ 9 ກັນ​ຍານີ້, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ການ​ຄ້າ​ຮົງ​ກົງ​ຈີນ-ອາ​ຊຽນ​ຄັ້ງ​ທີ 3 ໄດ້ຈັດ​ຂຶ້ນ​ຢູ່​​ບາງ​ກອກ​ປະ​ເທດ​ໄທ ເພື່ອ​ປຶກ​ສາ​ຫາ​ລື​ແລະ​ຜັນ​ຂະ​ຫຍາຍ​ຄວາມ​ຄືບ​ໜ້າ​ແລະ​ວຽກ​ງານ​​ໃນ​ຕໍ່​ໜ້າ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ “ສັນ​ຍາ​ວ່າ​ດ້ວຍ​ການ​ຄ້າ​ເສ​ລີ” ແລະ “ສັນ​ຍາ​​ວ່າ​ດ້ວຍການ​ລົງ​ທຶນ”ລະ​ຫວ່າງ​ຮົງ​ກົງ​ກັບ​ອາ​ຊຽນ.

ໃນ​ກອງ​ປະ​ຊຸມ, ທ່ານ​ຊິວ​ເຖິງ​ຮ​ວາ, ຫົວ​ໜ້າ​ອົງ​ການ​ການ​ຄ້າ​ແລະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ກ່າວ​ວ່າ, ສັນ​ຍາ​ສອງ​ສະ​ບັບ​ດັ່ງ​ກ່າວ​ແມ່ນ​​ເສົາ​ຄ້ຳ​ອັນ​ສຳ​ຄັນ​ໃນ​ການ​ເພີ່ມ​ທະ​ວີການ​ຮ່ວມ​ມື​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ຝ່າຍ, ແມ່ນ​ກະ​ຕິ​ກາ​ການ​ຄ້າ​​ທີ່ຈະ​ແຈ້ງ​ແລະ​ລະ​ອຽດ​ກວ່າ​ເກົ່າ​ສຳ​ລັບວິ​ສາ​ຫະ​ກິດ, ແລະ​ເປັນ​ຄຳ​ໝັ້ນ​ສັນ​ຍາ​ຮ່ວມ​ກັນ​ລະ​ຫວ່າງ​ຮົງ​ກົງ​ກັບ​ອາ​ຊຽນ​ເພື່ອ​ປົກ​ປ້ອງການ​ຄ້າ​ແລະ​ການ​ລົງ​ທຶນ​ ເສ​ລີ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ.

ໃນ“ສັນ​ຍາວ່າ​ດ້ວຍ​ການ​ຄ້າ​ເສ​ລີ” ແລະ “ສັນ​ຍາ​​ວ່າ​ດ້ວຍການ​ລົງ​ທຶນ” ທີ່​ຮົງ​ກົງ​ແລະ​ອາ​ຊຽນ​ເຊັນກັນ​ໃນ​ເດືອນ​ພະ​ຈິກ​ປີ 2017 ນັ້ນ, ​ໃນ​ສ່ວນ​ທີ່​ກ່ຽວ​ພັນ​ເຖິງ​ຮົງ​ກົງ​ກັບປະ​ເທດ​ລາວ, ມຽນ​ມາ, ສິງ​ກະ​ໂປ, ໄທ, ແລະ​ຫວຽດ​ນາມ​ໄດ້​ມີ​ຜົນ​ບັງ​ຄັບ​ໃຊ້​​ແລ້ວ​ເຊິ່ງເລີ່ມ​ແຕ່​ເດືອນ​ມິ​ຖຸ​ນາ​ປີນີ້​ເປັນ​ຕົ້ນ​ໄປ.

ຄຳ​ເຫັນ

0