黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງພົບ​ປະ​ແລະ​ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ເຖິງ​ຄູ, ອາຈານ ​ແລະ ພະນັກງານ​ການສຶກສາ​​ທົ່ວ​ປະ​ເທດ

2019-09-10 16:24:36 CRI

​ເນື່ອງ​ໃນ​ໂອກາດ​ວັນ​ຄູ​ປີ​ທີ 35 ​ໄດ້​ໝູນວຽນ​ມາ​ເຖິງ, ວັນ​ທີ 10 ກັນຍາ​ນີ້​, ພິທີສະ​ເຫຼີມສະຫຼອງວັນ​ຄູ​ປີ 2019 ກໍ​ຄືພິທີຍ້ອງຍໍຄະນະ​​ແລະ​ບຸກຄົນທີ່​ກ້າວໜ້າ​ໃນ​ວຽກ​ງານ​ການ​ສຶກສາທົ່ວ​ປະ​ເທດ​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ. ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ, ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ ​ໄດ້ພົບ​ປະ​ຕົວ​ແທນຜູ້​​ທີ່​ໄດ້​ຮັບ​ການ​ຍ້ອງຍໍຢ່າງ​ສະໜິດສະໜົມ​ຢູ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດ, ກ່ອນ​ອື່ນ​ທ່ານ​ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງຈິງ​ໃຈ​ແລະ​ອົບ​ອຸ່ນ​ຕໍ່​ຄະ​ນະ​ແລະ​ບຸກຄົນກ້າວໜ້າທີ່​ໄດ້​ຮັບການ​ຍ້ອງຍໍ ​ແລະ ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຕໍ່​ຄູ, ອາຈານ ​ແລະ ພະນັກງານ​ການ​ສຶກສາ​ໃນ​ທົ່ວ​ປະ​ເທດ​ໃນ​ໂອກາດ​ວັນ​ຄູ​ທີ່ໄດ້​ໝູນວຽນ​ມາ​ເຖິງ.

ທ່ານຫຼີ​ເຄີ້ສຽງ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​, ນາຍົກລັດຖະມົນຕີຈີນ ​ແລະ ທ່ານ​ຫວາງ​ຮູ້​ໜິງ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​, ​ເລຂາທິການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ເຂົ້າຮ່ວມ​ການ​ພົບ​ປະ​ດັ່ງກ່າວ​ເຊັ່ນ​ດຽວ​ກັນ.

ຄຳ​ເຫັນ

0