黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມຣິກາ​ໃຊ້​ແຮງກົດ​ດັນ​ສຸດ​ຂີດ​ແມ່ນ​ບໍ່​ກຳ​ເນີ​ດຂອງສະຖານະ​ການ​ທີ່​ເຄັ່ງ​ຕຶງ​​ດ້ານ​ນິວ​ເຄຼຍອີຣານ

2019-09-10 11:15:58 CRI

ທ່ານ​ຮວ້າຊຸ່ນຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ກັນຍາ​ນີ້​ຢູ່​ນະຄອນຫຼວງປັກ​ກິ່ງວ່າ: ຈີນ​ເຫັນມາ​ໂດຍ​ຕະຫຼອດ​ວ່າ ອາ​ເມຣິກາ​ໃຊ້​ແຮງກົດ​ດັນ​ສຸດ​ຂີດແມ່ນ​ບໍ່​ກຳ​ເນີ​ດຂອງ​ສະຖານະ​ການ​ທີ່​ເຄັ່ງ​ຕຶງ​​ກ່ຽວ​ກັບບັນຫາ​ນິວ​ເຄຼຍອີຣານ​ໃນ​ປັດຈຸບັນ.

​ເມື່ອ​ບໍ່​ດົນ​ມາ​ນີ້, ​ໂຄສົກ​ອົງການ​ພະລັງງານ​ປະລະມານູ​ອີຣານ​ໄດ້ປະກາດ​ມາດ​ຕະການ​ຂອງອີຣານທີ່​ຫຼຸດການ​ປະຕິ​ບັດ​ພັນທະ​ຂອງ​ຕົນ​ທີ່​ກຳນົດ​ໄວ້​ໃນ​ສັນຍາຮອບດ້ານ​ວ່າ​ດ້ວຍ​ບັນຫາ​ນິວ​ເຄຼຍອີຣານ​ໄລຍະ 3, ​ແຕ່​ຂະນະ​ດຽວ​ກັນ​ກໍ​ໄດ້​ກ່າວ​ເນັ້ນວ່າ: ຝ່າຍ​ເອີຣົບຄວນ​ປະຕິບັດ​ພັນທະ​ຂອງ​ຕົນ​ຢ່າງ​ແທ້​ຈິງ​ຕາມ​ສັນຍາຮອບດ້ານ ​ແລະ ​ເມື່ອ​ໃດ​ການ​ໄກ່​ເກ່ຍທາງ​ການທູດເພື່ອ​​ໃຫ້​ສັນຍາຮອບດ້ານ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍອີຣານມີ​ຄວາມ​ຄືບ​ໜ້າ, ຝ່າຍອີຣານກໍ​ຈະຟື້ນ​ຟູ​ການປະຕິບັດ​ພັນທະ​ຂອງ​ຕົນ​ໄດ້​​ທຸກ​ເວລາ.

ທ່ານນາງ​ຮວ້າຊຸ່ນຢິງ ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ກໍລະນີ​ດັ່ງກ່າວວ່າ: “ອາ​ເມຣິກາ​ຄວນ​ປະລະ​ການ​ກະທຳ​ອັນ​ຜິດພາດ​ຂອ​ງຕົນ​ທີ່​ຂວ້ຳ​ບາດ​ອີຣານ​ແຕ່​ຝ່າຍ​ດຽວ​ແລະ​ໃຊ້​​ແຮງ​ກົດ​ດັນ​ສຸດ​ຂີດ​ຕໍ່​ອີຣານ. ພ້ອມ​ກັນນັ້ນ, ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ກັບ​ສັນຍາຮອບດ້ານ​ວ່າ​ດ້ວຍ​ບັນຫາ​ນິວ​ເຄຼຍອີຣານຄວນ​ສຸມ​ໃສ່​​ການ​ປະຕິບັດ​ສັນຍາ​ຢ່າງຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ. ຈີນ​ຫວັງ​ວ່າບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຄວນ​ມຸ່ງ​ໜ້າສູ່​ເປົ້າໝາຍ​ດຽວ​ກັນ, ຊຸກຍູ້​​ໃຫ້ສະຖານະ​ການ​ນິວ​ເຄຼຍອີຣານ​ຜ່ອນຄາຍ​ລົງ, ຝ່າຍຈີນ​ເອງກໍ​ຍິນ​ດີ​ພະຍາຍາມ​ຮ່ວມ​ກັບ​ບັນດາ​ຝ່າຍ​ເພື່ອ​ບັນລຸ​ເປົ້າໝາຍ​ດັ່ງກ່າວ​ເຊັ່ນ​ດຽວ​ກັນ.

ຄຳ​ເຫັນ

0