吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພະຍາດ​ໄຂ້​ເລືອດ​ອອກ​ຢູ່​ຟິລິບ​ປິນມີ​ຜູ້​ເສຍ​ຊີວິດຫຼາຍ​ກວ່າ 1000 ຄົນ

2019-09-11 16:34:17 cri

ວັນ​ທີ 10 ກັນຍາ​ນີ້,​ ​ເຈົ້າ​ໜ້າທີ່​ກະຊວງ​ສາທາ​ລະນະ​ສຸກ​ຟິລິບ​ປິນ​ໄດ້​ເປີດ​ເຜີຍ​ວ່າ: ​ນັບ​ແຕ່​ຕົ້ນ​ປີ 2019 ​ເປັນ​ຕົ້ນ​ມາ, ພະຍາດ​​ໄຂ້​ເລືອດ​ອອກ​ຢູ່​ຟິລິບ​ປິນ​ໄດ້​ເຮັດ​ໃຫ້​ຄົນເສຍຊີວິດ​ຫຼາຍ​ກວ່າ 1000 ຄົນ.

ວັນ​ທີ 10 ກັນຍາ​ນີ້, ທ່ານ​ເອິນຣິກ ​ໂດ​ມິນ​ໂກ ຮອງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຟິລິບ​ປິນ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວຊິນ​ຮວາ​ວ່າ: ນັບ​ແຕ່​ວັນ​ທີ 1 ມັງກອນ​ຫາ​ວັນ​ທີ 24 ສິງຫາ​ຜ່ານ​ມາ, ​ໃນ​ທົ່ວ​ປະ​ເທດ​ຟິລິບ​ປິນມີ​ຜູ້​ເປັນ​ພະຍາດ​ໄຂ້​ເລືອດ​ອອກ​ຫຼາຍ​ກວ່າ 249000 ຄົນ, ​ໃນ​ນັ້ນ ມີ 1021 ຄົນ​ເສ​ຍຊີວິດ​ແລ້ວ, ​ເກືອບ 40% ຂອງ​ຜູ້​ເສຍ​ຊີວິດ​ແມ່ນ​ເດັກນ້ອຍ​ທີ່​ມີ​ອາຍຸ 5 ຫາ 9 ປີ.

ທ່ານ​ກ່າວ​ຕື່ມ​ວ່າ: ຜູ້​ເປັນ​ພະຍາດ​ໄຂ້​​ເລືອດ​ອອກ ​ແລະ​ຜູ້​ເສ​ຍຊີວິດຍ້ອນພະຍາດ​ໄຂ້​ເລືອດ​ອອກຢູ່ຟິລິບ​ປິນ​ໃນ​ປີ​ນີ້​ເພີ່ມ​ຂຶ້ນ 1 ​ເທົ່າ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2018. ວັນ​ທີ 6 ສິງຫາ​ຜ່ານ​ມາ, ກະຊວງ​ສາທາລະນະ​ສຸກ​ຟິລິບ​ປິນ​ໄດ້​ປະກາດ​ວ່າປະ​ເທດ​ຕົນ​ໄດ້​ເຂົ້າ​ສູ່​ສະພາວະການ​ເກີດ​ພະຍາດ​ໄຂ້​ເລືອກ​ອອກ​ຢ່າງ​ໜັກໜ່ວງ. ຮອດ​ປັດຈຸບັນ​ນີ້, ພະຍາດ​​ໄຂ້​​ເລືອດ​ອອກ​ຍັງ​ບໍ່​ທັນຖືກ​ຄວບ​ຄຸມ​ໄດ້​ເທື່ອ, ຄາດ​ວ່າ​ໃນ​ໄລຍະ​ຫຼາຍ​ເດືອນ​ຕໍ່ໜ້າ​ຈຳນວນ​ຜູ້​ເປັນ​ພະຍາດ ​ແລະ​ຜູ້​ເສ​ຍຊີວິດ​ກໍ​ຈະ​ເພີ່ມ​ຂຶ້ນ​ອີກ, ສະ​ນັ້ນ ຈຶ່ງຮຽກຮ້ອງ​​ໃຫ້​ປະຊາຊົນ​ສືບ​ຕໍ່​ຍົກ​ສູງ​ສະຕິ​ລະວັງ​ຕົວ, ​ໃຊ້​ມາດ​ຕະການຕ່າງ​ໆ​ເພື່ອ​ປ້ອງ​ກັນ ​ແລະ​ທຳລາຍ​ແຫຼ່ງ​ເພາະ​ພັນ​ຍຸງ.

ຄຳ​ເຫັນ

0