吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ເຈລະຈາ​ລະຫວ່າງ​ນັກທຸລະກິດຈີນ-ອາ​ເມຣິກາ​ໄດ້​ສິ້ນ​ສຸດ​ລົງ

2019-09-12 16:58:41 cri

ສູນ​ການ​ແລກປ່ຽນ​ເສດຖະກິດ​ສາກົນຈີນ ​ແລະ​ສະຫະພັນ​ສະພາ​ການ​ຄ້າ​ອາ​ເມຣິກາ​ໄດ້​​ເປັນ​ເຈົ້າພາບ​ຮ່ວມ​ກັນ​ຈັດການ​ພົບ​ປະເຈ​ລະ​ຈາລະ​ຫວ່າງ​ນັກທຸລະ​ກິດຈີນ-ອາ​ເມຣິກາ​ທີ່​ໄດ້​ສິ້ນ​ສຸດ​ລົງ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຈີນ​ໃນ​ວັນ​ທີ 11 ກັນຍາ​ຜ່ານ​ມາ. ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ, ທ່ານ​ເວີ້​ຍຈ້ຽນ​ໂກ ຮອງ​ຫົວໜ້າ​ສູນການ​ແລກປ່ຽນ​ເສດຖະກິດ​ສາກົນ​ຈີນ​ກ່າວ​ວ່າ: ​ໃນ​ໄລຍະ​ຈັດການ​ພົບ​ປະ​ເຈລະຈາ​ດັ່ງກ່າວ, ນັກທຸລະ​ກິດ​ຈີນ ​ແລະ​ອາ​ເມຣິກາ​ໄດ້​ບັນລຸ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ, ຍິນ​ດີ​ສ້າງ​ຄວາມສາມັກຄີ​ກັນ ​ແລະ​ຮ່ວມ​ມືກັນ​ ​ເພື່ອ​ຮັບ​ມື​ກັບ​ຄວາມຂັດ​ແຍ້​ງ​ດ້ານ​ການ​ຄ້າ, ສອງ​ຝ່າຍມີ​ຄວາມ​ຄິດ​ເຫັນ​ໃນ​ແງ່​ດີ​ຕໍ່​ການ​ພັດທະນາສາຍ​ພົວພັນ​ເສດຖະກິດ-ການ​ຄ້າ​ລະຫວ່າງ​ຈີນ ​ແລະ​ອາ​ເມຣິກາ.

ທ່ານ​ກ່າວ​ຕື່ມ​ວ່າ: ​ເສດຖະກິດ-ການ​ຄ້າ​ລະຫວ່າງ​ຈີນ ​ແລະ​ອາ​ເມຣິກາ​ມີຂໍ້ເຫັນຂັດ​ແຍ້​ງກັນ, ຕ້ອງ​ແກ້​ໄຂ​ດ້ວຍການ​ເຈລະຈາ​ບົນ​ພື້ນຖານ​ຄວາມ​ສະ​ເໝີ​ພາບ ​ແລະ​ເຄົາ​ລົບ​​ເຊິ່ງກັນ ​ແລະ​ກັນ. ສອງ​ຝ່າຍ​ຄວນ​​ບຸກ​ເບີກ​ຊ່ອງ​ທາງ​ການ​ຮ່ວມ​ມື​ໃໝ່.

ທ່ານ​ໄມ​ເຣິນ ບຣີນລີ​ສ ຮອງ​ປະທານ​ຜູ້​ປະຈຳການ ທັງ​ເປັນ​ປະ​ທານວຽກ​ງານສາກົນ​ຂອງສະຫະພັນ​ສະພາ​ການ​ຄ້າ​ອາ​ເມຣິກາກ່າວ​ເນັ້ນ​ວ່າ: ທ່ານ​ຈະ​ເດັດດ່ຽວ​ຄັດຄ້ານ​ລັດທິ​ປົກ​ປ້ອງ​ຕ່າງໆ ​ແລະ​ມາດ​ຕະການຂຶ້ນ​ພາສີ​​ແຕ່​ຝ່າຍ​ດຽວ. ຫວັງ​ວ່າການ​ເຈລະຈາ​ຄັ້ງ​ນີ້ຈະ​ສາມາດປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ສາຍ​ພົວພັນ​ສອງ​ຝ່າຍ. ສະຫະພັນ​ສະພາກາ​ນຄ້າອາ​ເມຣິກາ​ຍິນ​ດີສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເພີ່ມທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ​ກັນລະຫວ່າງ​ສອງ​ຝ່າຍ.

ຄຳ​ເຫັນ

0