吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂົວ​ແມ່​ນ້ຳ​ລ້ານ​ຊ້າງ​ຊຽງ​ຮຸ່ງ​ຂອງທາງ​ລົດ​ໄຟ​ຈີນ-ລາວ​ສຳ​ເລັດ​ການ​ເຊື່ອມ​ຕໍ່​ກັນ

2019-09-14 15:50:40 cri

ຜ່ານ​ການ​ກໍ່​ສ້າງ​ເປັນ​ເວລາ 3 ປີ, ວັນ​ທີ 13 ກັນຍາ​ຜ່ານ​ມາ, ຂົວ​ແມ່​ນ້ຳ​ລ້ານ​ຊ້າງ​ຊຽງ​ຮຸ່ງຂອງ​ທາງ​ລົດ​ໄຟ​ຈີນ-ລາວ​ທີ່​ຕັ້ງ​ຢູ່​ກິ່ງ​ແຂວງປົກຄອງ​ຕົນ​ເອງ​ເຜົ່າ​ລື້​ສິບ​ສອງ​ພັ່ນ​ນາ​ແຂວງ​ຢຸນນານ​ໄດ້​ສຳ​ເລັດ​ການ​ເຊື່ອມ​ຕໍ່​ກັນ.

​ທາງ​ລົດ​ໄຟ​ຈີນ-ລາວ​ແມ່ນທາງ​ລົດ​ໄຟສາກົນ​ເສັ້ນ​ທຳ​ອິດ​​ໂດຍ​ການ​ລົງທຶນ​ຕົ້ນຕໍ​ຂອງ​ຈີນ, ​ໃຊ້​ມາດຕະຖານ​ເຕັກນິກ​ຂອງ​ຈີນ, ​ໃຊ້ອຸປະກອນ​ຂອງ​ຈີນ ​ແລະ​ເຊື່ອມ​ຈອດ​ກັບ​​ເຄືອ​ຂ່າຍທາງ​ລົດ​ໄຟ​ຂອງ​ຈີນ ພາຍຫຼັງ​ສະ​ເໜີ​ຂໍ້​ລິ​ເລີ່​ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ເຊິ່ງມີ​ໄລຍະ​ທາງ​ຫຼາຍ​ກວ່າ 1000 ກິ​ໂລ​ແມັດ. ຫຼັງ​ຈາກ​ເປີດ​ການ​ບໍລິການ​ແລ້ວ, ​ເດີນທາງ​ຈາກ​ນະຄອນ​ຄຸ່ນມີ​ງ​ແຂວງ​ຢຸນນານ​ຂອງ​ຈີນ​​ໃນ​ຕອນ​ຄ່ຳຈະ​ຮອດ​ນະຄອນຫຼວງ​ວຽງ​ຈັນ​ຂອງ​ລາວ​​ໃນ​ຕອຍ​ເຊົ້າ​ມື້​ລຸນ​ມາ.

ຄຳ​ເຫັນ

0