曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພິທີຖະແຫຼງຂ່າວກ່ຽວກັບການຮ່ວມມືພັດທະນາອຸດສາຫະກຳເຕັກໂນໂລຊີລະດັບສູງ ລາວ-ຈີນ ຄັ້ງທຳອິດຈະໄດ້ຈັດຂຶ້ນໃນເດືອນໜ້າ

2019-09-14 18:20:33 cri

图片默认标题_fororder_1547152856

ຕາມຂ່າວ CRI: ກະຊວງວິທະຍາສາດ ແລະເຕັກໂນໂລຊີໄດ້ຈັດພິທີຖະແຫຼງຂ່າວ ກອງປະຊຸມສຳມະນາກ່ຽວກັບການຮ່ວມມືພັດທະນາອຸດສາຫະກຳເຕັກໂນໂລຊີລະດັບສູງ ລາວ-ຈີນ ຄັ້ງທຳອິດ 2019 ຂຶ້ນ ໃນວັນທີ 13 ກັນຍານີ້ ທີ່ກະຊວງວິທະຍາສາດ ແລະເຕັກໂນໂລຊີ, ໂດຍການເປັນປະທານຂອງ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຊີ, ມີຜູ້ຕາງໜ້າພາກສ່ວນທີ່ກ່ຽວຂ້ອງພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ບໍ່ວຽງຄໍາ ວົງດາລາ ກ່າວວ່າ, ກອງປະຊຸມສຳມະນາຄັ້ງນີ້ມີຈຸດປະສົງເພື່ອສົ່ງເສີມການຖ່າຍທອດ ແລະການນຳໃຊ້ຜົນສຳເລັດຂອງການຄົ້ນຄວ້າ ແລະພັດທະນາ ເຕັກໂນໂລຊີທີ່ກ້າວໜ້າ ແລະທັນສະໄໝ ໃນຍຸກອຸດສາຫະກຳ 4.0 ເຂົ້າຮັບໃຊ້ໂດຍກົງຢູ່ຮາກຖານການຜະລິດ ແລະການບໍລິການ ເພື່ອຍົກສະມັດຕະພາບ ແລະຄຸນນະພາບຂອງຜະລິດຕະພັນເພື່ອເປັນສິນຄ້າ. ທ່ານ ກ່າວຕື່ມວ່າ, ກອງປະຊຸມສຳມະນາຄັ້ງນີ້ ຈະເປັນເວທີການຮ່ວມມືລົງທຶນທາງດ້ານວິທະຍາສາດ ແລະເຕັກໂລຊີ ລະຫວ່າງພາກລັດ, ເອກະຊົນ, ພາກທຸລະກິດ ແລະພາກສ່ວນອື່ນໆທັງພາຍໃນ ແລະຕ່າງປະເທດ ແນໃສ່ສົ່ງເສີມການນຳໃຊ້ເຕັກໂນໂລຊີລະດັບສູງເຂົ້າໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຢູ່ລາວ ເພື່ອເຮັດໃຫ້ວຽກງານວິທະຍາສາດ ແລະເຕັກໂນໂລຊີເປັນກຳລັງຂັບເຄື່ອນທີ່ເຂັ້ມແຂງປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ.

ຂ່າວແຈ້ງຕື່ມວ່າ ກອງປະຊຸມສຳມະນາຄັ້ງນີ້, ກະຊວງວິທະຍາສາດ ແລະເຕັກໂນໂລຊີ ແລະຫ້ອງການຜູ້ຕາງໜ້າສະພາສົ່ງເສີມການຄ້າສາກົນ ສປ ຈີນ, ຂະແໜງອຸດສາຫະກຳການກໍ່ສ້າງ ປະຈຳ ສປປ ລາວ ຈະເປັນເຈົ້າພາບຮ່ວມກັນ ແລະຈັດໂດຍກຸ່ມບໍລິສັດ IHC ແລະບໍລິສັດພັດທະນາວິທະຍາສາດເຕັກໂນໂລຊີປັກກິ່ງ ເຈິ່ນຕີ, ເຊິ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 11-15 ຕຸລາ 2019 ທີ່ຫໍປະຊຸມແຫ່ງຊາດ. ຢູ່ໃນກອງປະຊຸມຈະມີບັນດາກອງປະຊຸມຍ່ອຍ, ງານສະເຫຼີມສະຫຼອງສັບປະດາວິທະຍາສາດແຫ່ງຊາດ, ງານປະກວດແນວຄວາມຄິດສ້າງສັນສິ່ງປະດິດ, ງານວາງສະແດງຜົນງານການຄົ້ນຄວ້າ ແລະກິດຈະກຳອື່ນໆຕື່ມອີກ.

ຄຳ​ເຫັນ

0