吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທາ​ນາ​ທິ​ບໍ​ດີ​ອາ​ຟ​ຣິ​ກາ​ໃຕ້​ຂໍ​ໂທດ​ຕໍ່​ເຫດ​ການ​ປັດ​ເຂ່ຍ​ຊາວ​ຕ່າງ​ປະ​ເທດ​ດ້ວຍຄວາມ​ຮຸນ​ແຮງ

2019-09-15 14:42:11 cri

    ວັນ​ທີ 14 ກັນ​ຍາ​ນີ້, ​ໃນ​ເວ​ລາ​ເຂົ້າ​ຮ່​ວມ​ພິ​ທີ​ຊາ​ປະ​ນະ​ກິດ​ສົບ​ຂອງ​ທ່ານ​ມູ​ກາ​ເບ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຊິມ​ບາ​ເວ​ຢູ່​ນະ​ຄອນ​ຫຼວງ​ຮາ​ລາ​ເລ, ທ່ານ​ຊີ​ຣິນ ຣາ​ມາ​ໂຟ​ຊາ ປະ​ທາ​ນາ​ທິ​ບໍ​ດີ​ອາ​ຟ​ຣິ​ກາ​ໃຕ້ໄດ້​ສະ​ແດງ​ຄວາມ​ຂໍ​ອະ​ໄພ​ຕໍ່​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຂອງ​ປະ​ເທດ​ອາ​ຟ​ຣິ​ກາ ເຊັ່ນ, ຊິມ​ບາ​ເວ​ເປັນ​ຕົ້ນ​ຍ້ອນ​ເຫດ​ການ​ປັດ​ເຂ່ຍ​ຊາວ​​ຕ່າງ​ປະ​ເທດດ້ວຍ​ຄວາມຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ອາ​ຟ​ຣິ​ກາ​ໃຕ້​ໃນ​ຫວ່າງ​ມໍ່ໆ​ນີ້. ທ່ານ​ກ່າວ​ວ່າ, ລັດ​ຖະ​ບານ​ອາ​ຟ​ຣິ​ກາ​ໃຕ້​ຈະ​ໃຊ້​ມາດ​ຕະ​ການ ເພື່ອ​ຮັບ​ປະ​ກັນ​ເຫດ​ການ​ໃນ​ລັກ​ສະ​ນະ​ນີ້ບໍ່​ເກີດ​ຂຶ້ນ​ອີກ.

    ທ່ານ​ຣາ​ມາ​ໂຟ​ຊາ​ກ່າວ​ວ່າ, ອາ​ຟ​ຣິ​ກາ​ໃຕ້​ບໍ່​ແມ່ນ​ປະ​ເທດ​ທີ່​ປັດ​ເຂ່ຍ​ຊາວ​ຕ່າງ​ດ້າວ, ຍິນ​ດີຕ້ອນ​ຮັບ​ປະ​ຊາ​ຊົນ​ທີ່​ມາ​ຈາກ​ປະ​ເທດ​ອາ​ຟ​ຣິ​ກາ​ທັງ​ໝົດ​ກ
    ​ທ້າຍ​ເດືອນ​ສິງ​ຫາ​ແລ້ວ​ນີ້, ຊາວ​ອາ​ຟ​ຣິ​ກາ​ໃຕ້​ຈຳ​ນວນ​ໜຶ່ງ​​ໄດ້​ຈັດ​ການ​ປະ​ທ້ວງ​ໂດຍ​ອ້າງວ່າ​​ຊາວ​ຕ່າງ​ປະ​ເທດ​​ມີ​ການ​ກະ​ທຳ​ຜິດ​ກົດ​ໝາຍ​ນັ້ນ ​ຢູ່ນະ​ຄອນ​ເປ​ຣໂ​ຕ​ເຣຍ ນະ​ຄອນ​​ປະ​ເທດ​ອາ​ຟ​ຣິ​ກາ​ໃຕ້, ແລ້ວ​ກາຍ​ເປັນ​ເຫດ​ການ​ທຸບ​ຕີ ແລະ ມ້າງ​ທຳ​ລາຍຮ້ານ​ຄ້າ​ຕ່າງ​, ແລະ ​ເຫດ​ການ​ດັ່ງ​ກ່າວ​ໄດ້ແຜ່​ຂະ​ຫຍາຍ​ໄປ​ສູ່​ໂຈ​ຮານ​ເນ​ສ​ເ​ບີກ ສູນ​ເສ​ດ​ຖະ​ກິດ​ຂອງ​ອາ​ຟ​ຣິ​ກາ​ໃຕ້. ຕາມ​​ຂໍ້​ມູນ​ສະ​ຖິ​ຕິ​ຂອງ​ລັດ​ຖະ​ບານ​ຊິມ​ບາ​ເວ, ເຫດ​ການ​ປັດ​ເຂ່ຍ​ຊາວ​ຕ່າງ​ປະ​ເທດ​ດ້ວຍ​ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ອາ​ຟ​ຣິ​ກາ​ໃຕ້​ໃນ​ຫວ່າງ​ມໍ່ໆ​ນີ້​ໄດ້​ເຮັດ​ໃຫ້​ຊາວ​ຊິມ​ບາ​ເວ 2 ​ຄົນເສຍ​ຊີ​ວິດ. ລັດ​ຖະ​ບານ​ຊິມ​ບາ​ເວ​ໄດ້​ໃຊ້​ມາດ​ຕະ​ການ​ເພື່ອ​ຊ່ວຍ​ເຫຼືອ​ພົນ​ລະ​ເມືອງ​ປະ​ເທດ​ຕົນ​ຢູ່​ອາ​ຟ​ຣິ​ກາ​ໃຕ້​ກັບ​ເມືອ​ຊິມ​ບາ​ເວ​ແລ້ວ.

ຄຳ​ເຫັນ

0