黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊາວ​ມາ​ເລ​ເຊຍ​ສະ​ຫຼອງ “ວັນມາ​ເລ​ເຊຍ” ພ້ອມບຸນ​ໄຫວ້​ພະຈັນ​

2019-09-16 16:17:44 CRI

图片默认标题_fororder_1

ຕອນຫົວ​ຄ່ຳ​ວັນ​ທີ 15 ກັນຍາ​ນີ້, ​ຊາວມາ​ເລ​ເຊຍຫຼາຍຮ້ອນ​ຄົນ​ທີ່ຖື​ໂຄມ​ໄຟໄດ້​ເຕົ້າ​ໂຮມ​ກັນ​ຢູ່​ນອກອາຄານສະຫະ​ພັນສະມາຄົມຈີນ​ມາ​ເລ​ເຊຍ​ປະຈຳ​ກົວ​ລາ​ລຳ​ເປີ-​​ເຊລັງ​ກໍ ​ເພື່ອ​ເຂົ້າຮ່ວມ​ກິດຈະກຳສະ​ເຫຼີມສະຫຼອງ “ວັນ​ມາ​ເລ​ເຊຍ ພ້ອມ​ດ້ວຍ​ບຸນ​​ໄຫວ້​ພະຈັນ” ທີ່​ມີບັນດາ​ສະມາຄົມ​ຈີນ​ຫຼາຍ​ແຫ່ງ​ເປັນ​ເຈົ້າພາບ​ແລະຈັດ​ຂຶ້ນຢູ່​ຖະໜົນເປຕາ​ລິງ.

 

ການ​​ແຫ່​​ໂຄມ​ໄຟ​ແມ່ນ​ປະ​ເພນີ​ດັ້ງ​ເດີມ​​ໃນ​ການສະ​ເຫຼີມສະຫຼອງບຸນ​ໄຫວ້​ພະຈັນ​ຂອງ​ຊາວ​ມາ​ເລ​ເຊຍ​ເຊື້ອສາຍ​ຈີນ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຖະໜົນ​ເປຕາ​ລິງ ທີ່​ເປັນ​ຖະໜົນ​ເກົ່າ​ແກ່​ທີ່​ມີ​ປະຫວັດສາດ​ຍາວ​ນານ​ເຖິງ​ຮ້ອຍ​ປີ ​ແລະ ​ເປັນ​ໜຶ່ງ​ໃນບ່ອນ​ທີ່​ຊາວ​ຈີນ​ຢູ່ກົວ​ລາ​ລຳ​ເປີ​ມາ​​ເຕົ້າ​ໂຮມ​ກັນຕັ້ງຖິ່ນ​ຖານກ່ອນ​ບ່ອນ​ອື່ນ ​ໃນຊຸມປີຜ່ານມາກໍໄດ້​ຈັດ​ບຸນ​ແຫ່​ໂຄມ​ໄຟ​ຂຶ້ນເລື້ອຍໆ ​ແຕ່​ປີ​ນີ້​ພໍດີ​ກົງ​ກັບວັນ​ທີ 16 ກັນຍາ​​ເປັນ “ວັນ​ມາ​ເລ​ເຊຍ” ​ເຊິ່ງ​ເປັນ​ວັນລະນຶກການ​ສ້າງຕັ້ງສະຫະພັນ​ມາ​ເລ​ເຊຍ, ​ເຮັດ​ໃຫ້​ກິດຈະກຳ​ຄັ້ງນີ້​ແຮ່ງ​ມີ​ບັນຍາ​ກາດ​ຟົດ​ຟື້ນມ່ວນ​ຊື່ນ​.

图片默认标题_fororder_2

​ໃນ​ວັນ​ບຸນ​ຕ່າງໆ​ຂອງ​ຊາວ​ມາ​ເລ​ເຊຍ​ເຊື້ອສາຍ​ຈີນ, ສະມາຄົມ​ຈີນ​ແລະ​ຄະນະ​ສິລະ​ປະ​ຕ່າງໆຢູ່​ບໍລິ​ເວນ​ອ້ອມ​ແອ້ມ​ຖະໜົນ​ເປຕາ​ລິງລ້ວນ​ແຕ່​​ໄດ້​ຈັດ​ກິດຈະກຳ​ຕ່າງໆ ​ເພື່ອເປັນ​ການ​ສືບ​ທອດ​ປະ​ເພນີ​ແລະ​ວັດທະນະທຳ​ທີ່​ເກົ່າ​ແກ່ຂອງ​ເຂດ​ຄຸ້ມ​​ໃນ​ຖະໜົນ​ດັ່ງກ່າວ​ທີ່​ມີ​ປະຫວັດສາດ​ເປັນ​ຮ້ອຍ​ປີ.

图片默认标题_fororder_3

ຄຳ​ເຫັນ

0