刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ປະ​ກາດ​ວ່າ: ສະ​ໜາມ​ບິນ​ສາ​ກົນ​ຕ້າ​ຊິ່ງ​ປັກ​ກິ່ງໄດ້​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ​ແລ້ວ

2019-09-25 17:05:51 CRI

图片默认标题_fororder_1125040024_15694213054111n

ພິ​ທີ​ເປີດ​ການ​ບໍ​ລິ​ການ​ຂອງ​ສະ​ໜາມ​ບິນ​ສາ​ກົນ​ຕ້າ​ຊິ່ງ​ປັກ​ກິ່ງ​ໄດ້​ຈັດ​ຂຶ້ນ​ໃນຕອນ​ເຊົ້າ​ວັນ​ທີ 25 ກັນ​ຍາ​ນີ້. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ ແລະ​ປະ​ກາດ​ວ່າ: “ສະ​ໜາມ​ບິນ​ສາ​ກົນ​ຕ້າ​ຊິ່ງ​ປັກ​ກິ່ງ​​ໄດ້​ເປີດບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ​ແລ້ວ.”

ສະ​ໜາມ​ບິນ​ດັ່ງ​ກ່າວ​ກັບ​ສະ​ໜາມ​ບິນ​ສາ​ກົນ​ນະ​ຄອນຫຼວງ​ປັກ​ກິ່ງ​​ແມ່ນສູນ​ກາງ​ການ​ຄົມ​ມະ​ນາ​ຄົມ​ທາງ​ອາ​ກາດ 2 ແຫ່ງ​ທີ່ຈະ​ສຸມ​ກຳ​ລັງ​​ໃສ່​ໃນ​ການສ້າງ​ລະ​ບົບ​ຂົນ​ສົ່ງ​ທີ່​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ​ແລະ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ ແລະ​​ຈະສ້າງ​ເປັນ​ສູນກາງ​ການ​ຄົມ​ມະ​ນາ​ຄົມ​ທາງ​ອາ​ກາດ​ສາ​ກົນ​​ທີ່ທັນ​ສະ​ໄໝ​ທີ່​ເຊື່ອມ​ຕໍ່​ກັບ​ທົ່ວ​ໂລກ. ໃນ​ອະ​ນາ​ຄົດ, ສະ​ໜາມ​ບິນ​ສາ​ກົນ​ຕ້າ​ຊິ່ງ​ປັກ​ກິ່ງ​ຍັງ​ຈະ​ກາຍ​ເປັນ​ແບບ​ຢ່າງ​ໃໝ່​ໃນ​ການ​ສ້າງ​ສາ​ແລະ​ດຳ​ເນີນ​ງານ​​ຂອງສູນ​ກາງ​ຄົມ​ມະ​ນາ​ຄົມ​ທາງ​ອາ​ກາດ​ສາ​ກົນ ແລະ​ເປັນພະ​ລັງ​ແຮງ​ໃໝ່​ໃນ​ການ​ຊຸກ​ຍູ້ໃຫ້ນະ​ຄອນຫຼວງ​ປັກ​ກິ່ງ, ນະ​ຄອນ​ທ່ຽນ​ສິນແລະ​ແຂວງ​ເຮີ​ເປີຍ​ພັດ​ທະ​ນາ​​ໄປພ້ອມ​ກັນ.

ສະ​ໜາມ​ບິນ​ສາ​ກົນ​ຕ້າ​ຊິ່ງ​ປັກ​ກິ່ງ​ສ້າງຕັ້ງ​ຢູ່​ລະ​ຫວ່າງ​ເມືອງ​ຕ້າ​ຊິ່ງ​ນະ​ຄອນຫຼວງ​ປັກ​ກິ່ງ​ແລະ​ເມືອງ​ລາງ​ຟາງ​ແຂວງ​ເຮີ​​ເປີຍ​ດ້ວຍມູນ​ຄ່າ​ການ​ລົງ​ທຶນ​​ກໍ່​ສ້າງ​ທັງ​ໝົດ​ 450 ຕື້ ຢວນ, ​ມີຖ້ຽວ​ບິນ​​ໄປ​ເຖິງ​ຈຸດ​ໝາຍ​ປາຍ​ທາງ​ໃນ​ຂອບ​ເຂດ​ທົ່ວ​ໂລກ 112 ແຫ່ງ, ຄາດ​ວ່າ​ຈະ​​ຮອງຮັບ​ຜູ້​ໂດຍ​ສານໄດ້ 100 ລ້ານ​ເທື່ອ​ຄົນ​ຕໍ່​ປີ, ຈຳ​ນວນ​​ເຮືອ​ບິນຂຶ້ນ​ລົງ​ຈະ​ມີ​ເຖິງ 8 ແສນ​​ຖ້ຽວ.

ຂ່າວ​ແຈ້ງວ່າ, ນັບ​ມາ​ຮອ​ດ​ປັດ​ຈຸ​ບັນ, ມີ​ບໍ​ລິ​ສັດ​ການ​ບິນ​ຈີນ 7 ແຫ່ງ ແລະ ບໍ​ລິ​ສັດ​ການ​ບິນ​ຕ່າງ​ປະ​ເທດ 8 ແຫ່ງ​ໄດ້​ຕົກ​ລົງ​ເຂົ້າ​ປະ​ຈຳ​ຢູ່​ສະ​ໜາມ​ບິນ​ສາ​ກົນ​ຕ້າ​ຊິ່ງ​ປັກ​ກິ່ງ​ໃນ​ທ້າຍ​ປີ 2019 ​ນີ້.
 

ຄຳ​ເຫັນ

0