尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາງ​ສະ​ແດງຮູບ​ພາບພາຍ​ໃຕ້​ຫົວ​ຂໍ້ “​ເຜີຍ​ແຜ່​ຄວາມ​ຫວັງ-ສະ​ແດງ​ຄວາມ​ເຄົາ​ລົບ​ຕໍ່​ການ​ພັດ​ທະ​ນາ​ວຽກ​ງານການ​ສຶກ​ສາ​ຫຼັງ​ການ​ສະ​ຖາ​ປະ​ນາ​ ສ​ປ​ ຈີນ​ໃນ 70 ປີ​ຜ່ານ​ມາ” ​ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປ

2019-10-05 15:37:43 cri

ຕາມ​ຂ່າວCRI: ວັນ​ທີ 4 ຕຸ​ລາ​ນີ້, ງານ​ວາງ​ສະ​ແດງຮູບ​ພາບພາຍ​ໃຕ້​ຫົວ​ຂໍ້ “​ເຜີຍ​ແຜ່​ຄວາມ​ຫວັງ-ສະ​ແດງ​ຄວາມ​ເຄົາ​ລົບ​ຕໍ່​ການ​ພັດ​ທະ​ນາ​ວຽກ​ງານການ​ສຶກ​ສາ​ຫຼັງ​ການ​ສະ​ຖາ​ປະ​ນາ​ ສ​ປ​ ຈີນ​ໃນ 70 ປີ​ຜ່ານ​ມາ”ໄດ້​ຈັດ​ຂຶ້ນ​ຢູ່​ຕຶກ​ນະ​ຄອນ​ຫຼວງ(Capital plaza)​ຂອງ​ສິງ​ກະ​ໂປ. ໂດຍ​ທ່ານ ຊີ​ໂຮງ​ຕັດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ສິງ​ກະ​ໂປ​ທັງ​ເປັນເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ປະ​ຈຳ​ການ​ກະ​ຊວງ​ການ​ສຶກ​ສາ​ສິງ​ກະ​ໂປ,ທ່ານ ຮົງ​ສຽວ​ໂຢງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ສິງ​ກະ​ໂປ ແລະ ​ບຸກ​ຄົນ​ວົງ​ການ​ຕ່າງໆ​ຂອງ​ສອງ​ປະ​ເທດ​ 200 ກວ່າ​ທ່ານ​ພ້ອມ​ກັບທູ​ນາ​ນຸ​ທູດ​ຕ່າງ​ປະ​ເທດ​ປະ​ຈຳ​ສິງ​ກະ​ໂປ​ຫຼາຍ​ທ່ານໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂງານ​ວາງ​ສະ​ແດງ​ດັ່ງ​ກ່າວ.
 

ໃນ​ພິ​ທີ​ດັ່ງ​ກ່າວ,ທ່ານ​ນາງ ຊີ​ໂຮງ​ຕັດ ປະ​ກອບ​ຄຳ​ເຫັນ​ວ່າ:ຫວັງ​ວ່າ​ໃນ​ອະ​ນາ​ຄົດຈີນ​ແລະ​ສິງ​ກະ​ໂປ​​ຈະສາ​ມາດ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ:ການ​ເມືອງ,ເສດ​ຖະ​ກິດ​ການ​ຄ້າ​,ການ​ສຶກ​ສາ​ແລະ​ວັດ​ທະ​ນະ​ທຳ​ເປັນ​ຕົ້ນ,ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ,ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​ຕົວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.
 

ທ່ານ ໂຮງ​ສຽວ​ໂຢງ ຊີ້​ໃຫ້​ເຫັນ​ວ່າ: ເມື່ອ​ທຽບ​ກັບ​ສະ​ພາບ​ທີ່​ອັດ​ຕາ​ຜູ້​ກືກໜັງ​ສື​ຂອງ​ທົ່ວ​ປະ​ເທດ 80% ໃນ​ໄລ​ຍະຫາ​ກໍ​ສ້າງ​ຕັ້ງ​ປະ​ເທດ​ຈີນ​ໃໝ່​ເມື່ອປີ 1949 ​ທີ່​ເປັນ 80% ແລ້ວ,ສະ​ພາບ​ໂດຍ​ລວມ​ດ້ານ​ການ​ສຶກ​ສາ​ຂອງ​ຈີນ​ໃນ​ປັດ​ຈຸ​ບັນ​ໄດ້​ເກີດ​ມີ​ການ​ປ່ຽນ​ແປງເໝືອນ​ໜ້າ​ມື​ເປັນ​ຫຼັງ​ມື​.
 

ນີ້​ແມ່ນ​ຈີນ​ຈັດ​ງານ​ວາງ​ສະ​ແດງ​​ຮູບພາບ​ທີ່​ມີ​ຂະ​ໜາດ​ໃຫຍ່​ພາຍ​ໃຕ້​ຫົວ​ຂໍ້​ການ​ສຶກ​ສາ​ຢູ່​ສິງ​ກະ​ໂປ​ກໍ​ຄື​​ຢູ່ເຂດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ເປັນຄັ້ງ​ທຳ​ອິດ.

ຄຳ​ເຫັນ

0