吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາວ​ເດັດດ່ຽວ​ສະໜັບສະ​ໜູ​ນຫຼັກໝັ້ນ ​ແລະ​ມາດ​ຕະການ​ຂອງ​ຈີນ​ໃນການ​ຮັບ​ມື​ກັບ​ສະຖານະ​ການ​ຮົງ​ກົງ​​ໃນ​ປະຈຸ​ບັນ ​

2019-10-07 16:05:53 cri

ວັນ​ທີ 6 ຕຸລາ​ນີ້, ທ່ານ​ຈ່ຽງ​ໄຈ​ຕຸ່ງ ​ເອກ​ອັກ​ຄະ​ລັດຖະທູດ​ຈີນ​ປະຈຳ​ລາວ​ໄດ້ຮັບ​ເຊີນ​ເຂົ້າຮ່ວມ​ງານ​ສະ​ເຫຼີ​ມສະຫຼອງ​ວັນ​ສະຖາປະນາ​ສປ ຈີນ​ຄົບຮອບ 70 ປີ​ທີ່​ທ່ານ​ວິໄລ ຫຼ້າ​ຄຳ​ຟອງ ​ເລຂາ​ທິການ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ລັດຖະມົນ​ຕີກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບສປປ ​ລາວ.

ທ່ານພົນ​ໂທ ວິ​ໄລ​ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ​ການ​ສະຖາປະນາ​ສປ ຈີນ​ຄົບຮອບ 70 ປີ,  ​ແລະ​ກ່າວ​ວ່າ: ພັກ, ລັດ ​ແລະ​ປະຊາ​ຊົນ​ລາວ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ນຳພາ​ທີ່​ເຂັ້ມ​ແຂງຂອງ​ພັກ​ກອມ​ມູນິດ​ຈີນ​ທີ່ມີ​ສະຫາຍ​ທ່ານ​ສີ​ຈິ້ນ​ຜິ​ງ​ເປັນ​​ແກນ​ກາງ, ປະຊາຊົນ​ຈີນຍ່ອມ​ຈະສາມາດ​ບັນລຸ​ຄວາມ​​ໃຝ່ຝັ​ນຈີນ​ໃນການ​ຟື້ນ​ຟູຄວາມ​ຈະ​ເລີ​ນຮຸ່ງ​ເຮືອງຂອງ​ປະຊາ​ຊາດ​ຈີນ​ຄືນ​ໃໝ່.

ທ່ານ​ຈ່ຽງ​ໄຈ​ຕຸ່ງ​ໄດ້​ສະ​ແດງ​ຄວາມ​ຂອບ​ອົບ​ຂອບ​ໃຈ​ຕໍ່ຄວາມ​ອວຍພອນ​ຂອງທ່ານ​ພົນ​ໂທ ​ວິ​ໄລ ຫຼ້າ​ຄຳ​ຟອງ ​ແລະ​ຂໍ​ອວຍພອນ​ໃຫ້​ພາລະກິດ​ປ່ຽນ​ແປງ​ໃໝ່​ຂອງ​ປະຊາຊົນ​ລາວ​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ງົດ​ງາມ. ທ່ານ​ໄດ້​ແນະນຳສະຖານະ​ການ​ຂອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ໃນ​​ມໍ່ໆ​ນີ້​, ​ແລະ​ຊີ້​ອອກ​ວ່າ: ອາ​ເມຣິກາ​ໄດ້​ສະໜັບສະໜູນ​ກຳລັງ​ຮຸນ​ແຮງ ​ແລະ​ອິດ​ທິກຳລັງ​ແຕກ​ແຍກ​ຂອງ​ຮົງ​ກົງ​ຢ່າງ​ບັງອາດ​ເປັນ​ການ​ແຊກ​ແຊງວຽກ​ງານພາຍ​ໃນຂອງ​ຈີນ, ​ໄດ້​ສະ​ແດ​ງ​ໃຫ້​ເຫັນ​ເຈດ​ຕະນາ​ຮ້າຍ​ທີ່ກໍ່​ຄວາມ​ວຸ້ນວາຍ​ຢູ່​ຮົງ​ກົງ​ເພື່ອ​ກີດກັ້ນການ​ພັດທະນາ​ຂອງ​ຈີນ, ຕໍ່​ເລື່ອງ​ນີ້ ຈີນ​ໄດ້​ກ່າວ​ປະນາມ​ຢ່າງ​ແຮງ​ກ້າ ​ແລະ​ຄັດຄ້ານ​ຢ່າງ​ເດັດຂາດ.

ທ່ານ​ພົນ​ໂທ ວິ​ໄລ ຫຼ້າ​ຄຳ​ຟອງກ່າວ​ວ່າ: ສປປ ລາວ ​ແລະ​ສປ ຈີນ​ບໍ່​ພຽງ​ແຕ່​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​​ເທົ່າ​ນັ້ນ, ຍັງ​ເປັນຄູ່​ຮ່ວມ​ຊາຕະ​ກຳທີ່​ມີ​ຄວາມ​ໝາຍ​ຍຸ​ດທະ​ສາດ​ອີກ​ດ້ວຍ. ສປປ ລາວ​ເດັດດ່ຽວ​ສະ​ໜັບສະໜູນຫຼັກໝັ້ນ​ຂອງ​ພັກ ​ແລະ​ລັດຖະບານ​ຈີນ​​ໃນ​ການ​ຮັບ​ມື​ກັບ​ສະຖານການ​ຮົງ​ກົງ​ໃນ​ປັດຈຸບັນ​ນີ້, ​ເດັດດ່ຽວ​ສະໜັບສະໜູນ​ມາດ​ຕະການ​ຕ່າງໆ​ທີ່​ນຳ​ໃຊ້​ເພື່ອ​ຢຸດຕິຄວາມ​ຮຸນ​ແຮງ, ຟື້ນ​ຟູ​ລະບຽບການ ​ແລະ​ຄັດຄ້ານ​ການ​ແຊກ​ແຊງຈາກ​ພາຍ​ນອກ. ຫວັງ​ວ່າ​ຮົງ​ກົງ​ຈະສືບ​ຕໍ່​ຮັກສາ​ຄວາມ​ໝັ້ນຄົງ ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ, ປະຊາຊົນ​ຮົງ​ກົງຈະ​ສືບ​ຕໍ່​ມີ​ຊີວິດ​ການ​ເປັນ​ຢູ່​ຢ່າງ​ຮັ່ງມີ​ສີ​ສຸກ.

ຄຳ​ເຫັນ

0