吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ທີ່​ເຂົ້າ​ແຊກ​ແຊງ​ບັນ​ຫາ​ຮົງ​ກົງ ຈະ​ເຮັດ​ໃຫ້​ອາ​ເມ​ລິ​ກາ​ປະ​ສົບ​ຜົນ​ເສຍ​ຫາຍ

2019-10-16 14:46:41 cri

 

ວັນ​ທີ  15 ຕຸ​ລານີ້ ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ​ໄດ້​ຜ່ານ​ມະ​ຕິ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​ແລະ​ປະ​ຊາ​ທິ​ປະ​ໄຕ​ຮົງ​ກົງ 2019 ໂດຍ​ໄດ້​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ຕໍ່​ພວກ​ຫົວ​ຮຸນ​ແຮງ​ຂອງ​ຮົງ​ກົງ​ຢ່າງ​ບັງ​ອາດ, ເປັນ​ກາ​ນ​ລ່ວງ​ລ້ຳ​ອະ​ທິ​ປະ​ໄຕ​ຂອງ​ຈີນ​ຢ່າ​ງ​ຮ້າຍ​ແຮງ ແລະ​ໄດ້​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​​ໜັກ​ຫນ່ວງ, ໄດ້​ຢຽບ​ຢຳ​ກົດ​ໝາຍ​ລະ​ຫວ່າງ​ຊາດ​ແລະ​ຫຼັກ​ມາດ​ຖານ​ພື້ນ​ຖານ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ຊາດ. ຈີນ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ ແລະ​ຄັດ​ຄ້ານ​ຢ່າງ​ເດັດ​ຂາດ.

ຫວ​ນ​ຄືນຕະ​ຫຼອດ​ໄລ​ຍະ 40 ປີ​ແຫ່ງ​ການ​ສາຍ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ, ການ​ທີ່​ເຄົາ​ລົບ​ອະ​ທິ​ປະ​ໄຕ​ ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ເຊິ່ງ​ກັນ​ແລະ​ກັນ, ຕ່າງ​ບໍ່​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ​ແລະ​ກັນ ແມ່ນ​ຫຼກ​ການ​ກົກ​ຮາກນ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ.ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ​ໃນ​ປະ​ຈຸ​ບັນ​ໄດ້​ດຜະ​ເຊີນ​ກັບ​ສະ​ຖາ​ນະ​ການ​ທີ່​ສັບ​ສົນ​ກວ່າ​ທຸກ​ໄລ​ຍະ​ທີ່​ຜ່ານ​ມາ, ຕ້ອງ​ການ​ໃຫ້​ສອ​ງ​ຝ່າຍ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ແລະ​ບັນ​ຫາ​ທີ່​ອ່ອນ​ໄຫວ​ຢ່າງ​ເໝາະ​ສົມ, ຮັບ​ປະ​ກັນ​ບໍ່​ໃຫ້​ການ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາ​ຕົກ​ອອກ​ຈາກ​ທິດ​ທີ່​ຖືກ​ຕ້ອງ.

ໃນ​ຖາ​ນະ​ເປັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ການ​ຄ​ນ້າ​ທີ່​ສຳ​ຄັນ​ຂອງ​ອາ​ເມ​ລິ​ກາ​ທີ່​ຢູ່​ອາ​ຊີ, ຮົງ​ກົງ​ເມື່ອ​ເກີດ​ຄວາມ​ປັ່ນ​ປ່ວນ​ຂຶ້ນ​ແລ້ວ, ອາ​ເມ​ລິ​ກາ​ກໍ່​ຈະ​ບໍ່​ໄດ້​ຮັບ​ຜົນ​ດີ​ຫຍັງ. ເຊິ່ງ​ຢູ່​ໃນ​ມະ​ຕິ​ກ່ຽວ​ກັບ​ສິ​ທິ​ມະ​ນຸດ​ແລະ​ປະ​ຊາ​ທິ​ປະ​ໄຕ​ຮົງ​ກົງ 2019 ໄດ້​ຍົກ​ເລີກ​ນະ​ໂຍ​ບາຍນ​ພິ​ເສ​ດ່​ຈຳ​ນວນ​ໜຶ່ງ​ຂອງ​ຮົງ​ກົງ ຈະໃຫ້​ບັນ​ຫາ​ການ​ຄ້າ​ຂາດ​ດຸນ​ຂອງ​ເມ​ລິ​ກາ​ໜັກ​ແໜ່ງ​ຂຶ້ນ​ຕື່ມ​ອີກ​ໂດຍ​ບໍ່​ຕ້ອງ​ສົງ​ໃສ.

ນອກນີ້, ຮົງ​ກົງ​ແມ່ນ​ຈຸດ​ໝາຍ​ປາຍ​ທາງ​ໃນ​ກາກກນ​ຮັບ​ເອົາ​ການ​ລົງ​ທຶນ​ຂອງ​ອາ​ເມ​ລິ​ກາ, ເຊິ່ງ​ປີ 217  ອາ​ເມ​ລິ​ກາ​ໄດ້​ລົງ​ທຶນ​ໂດຍ​ກົງ​ຢູ່​ຮົງ​ກົງ​ຫຼາຍກວ່າ 81 ຕື້​ໂດ​ລາ​ສະ​ຫະ​ລັດ, ຖ້າ​ຄວາມ​ໝັ້ນ​ຄົງ​ຂອງ​ຮົງ​ກົງ​ຖືກ​ທຳ​ລາຍ, ບໍ​ລິ​ສັດ​ອາ​ເມ​ລິ​ກາ 1300 ກວ່າ​ແຫ່ງຈະ​ປະ​ສົບ​ຄວາມ​ເສຍ​ຫາຍ​ຢ່າງ​ແນ່ນອນ, ພົນ​ລະ​ເມືອງ​ອາ​ເມ​ລິ​ກາ 8 ໝື່ນ 5 ພັນ​ກວ່າ​ຄົນ​ທີ່​ເຮັດ​ວຽກ​ແລະ​ດຳ​ລົງ​ຊີ​ວິດ​ຢູ່​ຮົງ​ກົງ​ນັ້ນ​ກໍ່ຍ່ອມ​ຈະ​ຖືກ​ກະ​ທົບ​ຢ່າງ​ໜັກເຊັ່ນ​ກັນ. ຈາກ​ທັງ​ໝົດ​ເຫຼົ່າ​ນີ້​ເຫັນ​ໄດ້​ວ່າ ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ​ຜ່ານ​ມະ​ຕິ​ດັ່ງ​ກ່າວ​ຖື​ເປັນ​ການ​ສ້າງ​ຜົນ​ເສຍ​ສ​ຫາຍ​ໃຫ້​ແກ່​ຕົນ​ເອງ​ເທົ່າ​ນັ້ນ.

ຄຳ​ເຫັນ

0