蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາຫຼິ້ນ​ອຸ​ບາຍ​​ຕໍ່​ບັນ​ຫາ​ຮົງ​ກົງ​ຈະ​ສ້າງ​ຜົນ​ຮ້າຍ​ຕໍ່​ຕົນ ແລະ ຄົນ​ອື່ນ

2019-10-17 16:30:22 CRI

CRI ໄດ້​ອອກ​ບົດ​ວິ​ຈານໃນ​ວັນ​ທີ 16 ຕຸ​ລາ​ນີ້​​ທີ່ພາດ​ຫົວ​ຂໍ້ “ອາ​ເມ​ຣິ​ກາ​ໃຊ້​ອຸ​ບາຍ​​ຕໍ່ບັນ​ຫາ​ຮົງ​ກົງ​ຈະ​ສ້າງ​ຜົນ​ຮ້າຍ​ຕໍ່​ຕົນ ແລະ ຄົນ​ອື່ນ”.

ບົດ​ຄວາມ​ລະ​ບຸ​ວ່າ, ຈີນ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ ແລະ ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ​ຕໍ່​ສະ​ພາ​ຕ່ຳ​ອາ​ເມ​ຣິ​ກາ​​ທີ່​ຜ່ານ​ການ​ຮັບ​ຮອງ “​ກົດ​ໝາຍ​ວ່າ​ດ້ວຍສິດ​ທິ​ມະ​ນຸດ ແລະ ປະ​ຊາ​ທິ​ປະ​ໄຕ​ຮົງ​ກົງ​ປີ 2019” ທີ່​ສະ​ເໜີ​ໂດຍ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ຈຳ​ນວນ​ໜຶ່ງ​. ຖ້າ​​ກົດ​ໝາຍທີ່​ກ່ຽວ​ຂ້ອງ​ມີ​ຜົນ​ບັງ​ຄັບ​ໃຊ້ໃນ​ທີ່​ສຸດ ​ບໍ່​ພຽງ​ແຕ່​ຈະ​ເປັນ​ການ​ທຳ​ລາຍ​ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ​ ແລະ ທຳ​ລາຍ​ສະ​ຖຽນ​ລະ​ພ​າບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ຮົງ​ກົງ​ເທົ່າ​ນັ້ນ, ຫາກ​ຍັງ​​ຈະ​ເປັນ​ການທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ອາ​ເມ​ຣິ​ກາ​ເອງເຊັ່ນ​ດຽວ​ກັນ.

ບົດ​ຄວາມ​ລະ​ບຸ​ຕື່ມ​ວ່າ, ວຽກ​ງານ​ຮົງ​ກົງ​ເປັນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ລ້ວນ​ໆ. ສະ​ພາ​ຕ່ຳ​ອາ​ເມ​ຣິ​ກາ​ດື້​ດຶ້ງຜ່ານ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ກັບ​ບັນ​ຫາ​ຮົງ​ກົງ. ​ແນ່ນອນ​ແມ່ນ​ຂັດກັບຫຼັກ​ການ​ໃນ​ເວ​ລາ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ຣິ​ກາ ເຊິ່ງ​ຈະ​ກະ​ທົບ​ກະ​ເທືອນ​ເຖິງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ຮ້າຍ​ແຮງ. ຄົນ​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງ​ແຊກ​ແຊງວຽກ​ງານ​ຮົງ​ກົງ, ທີ່​ຈິງ​ແລ້ວ, ບໍ່​ແມ່ນ​ເພື່ອ​ຮົງ​ກົງ, ຫາກ​ແມ່ນ​ສວຍ​ໃຊ້​ໂອ​ກາດ​ນີ້​ ເພື່ອກີດ​ຂວາງ​ການ​ພັດ​ທະ​ນາ​ຂອງ​ຈີນ.

ບົດ​ຄວາມ​ຂຽນ​ຕື່ມ​ວ່າ, ໃນ​ຖາ​ນະ​ເປັນ​ໜຶ່ງ​ໃນ​ຄູ່​ການ​ຄ້າ​ສຳ​ຄັນ​ຢູ່​ອາ​ຊີ​ຂອງ​ອາ​ເມ​ຣິ​ກາ, ​ການສ້າງ​ຄວາມ​ວຸ້ນ​ວາຍ​ຢູ່​ຮົງ​ກົງ ຈະ​ບໍ່​ມີ​ຜົນ​ດີ​ຕໍ່​ອາ​ເມ​ຣິ​ກາ. ຮົງ​ກົງ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ຈີນ, ຄົນ​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງ​ຄວນ​ຮັບ​ຮູ້​ທ່ວງ​ທ່າ​ປະ​ຫວັດ​ສາດ​ຢ່າງ​ຈະ​ແຈ້ງ, ​ຄວນຢຸດ​ຕິ​ການຊຸກ​ຍູ້​ຍັດ​ຕິ​ທີ່​ກ່ຽວ​ຂ້ອງ​ໃນ​ທັນ​ທີ ແລະ ຢຸດ​ຕິ​ການ​ແຊກ​ແຊງວຽກ​ງານ​ຂອງ​ຮົງ​ກົງ​ໃນ​ທັນ​ທີ.

ຄຳ​ເຫັນ

0