李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຝ່າຍຈີນກ່າວປະທ້ວງຢ່າງເຄັ່ງຂຶມທີ່ທ່ານຊິນໂຈະ ອາເບະ ມອບເຄື່ອງສິ້ນໄຫວ້ໃຫ້ຫໍຢາຊຸຄຸນິ

2019-10-18 15:10:31 cri

ວັນທີ 17 ຕຸລານີ້, ທ່ານເກີງສວງ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຂ່າວວ່າ, ຈີນເຫັນວ່າ ຍີ່ປຸ່ນມີທ່າທີທີ່ຜິດພາດໃນການນຳເອົາເຄື່ອງສິ້ນໄຫວ້ໄປຫໍຢາຊຸຄຸນິ, ຝ່າຍຈີນໄດ້ກ່າວປະທ້ວງຢ່າງເຄັ່ງຂຶມ.

ຕາມຂ່າວແຈ້ງວ່າ, ມື້ນີ້, ທ່ານຊິນໂຈະ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນໄດ້ນຳເອົາເຄື່ອງສິ້ນໄຫວ້ໄປຫໍຢາຊຸຄຸນິ. ຕໍ່ເລື່ອງນີ້, ທ່ານເກີງສວງກ່າວເນັ້ນວ່າ: “ຂ້າພະເຈົ້າຢາກເນັ້ນໜັກວ່າ, ຫໍຢາຊຸຄຸນິແມ່ນສັນຍະລັກທາງດ້ານຈິດໃຈຂອງລັດທິຂຸນເສິກຍີ່ປຸ່ນຜູ້ກໍ່ສົງຄາມຮຸກຮານຕ່າງປະເທດ, ເປັນການໃຫ້ກຽດນັກໂທດລະດັບ A 14 ຄົນທີ່ມີຄວາມຮັບຜິດຊອບໂດຍກົງຕໍ່ການຮຸກຮານໃນໄລຍະຜ່ານມາ. ການກະທຳຂອງບຸກຄົນສຳຄັນດ້ານການເມືອງຂອງຍີ່ປຸ່ນຈຳນວນໜຶ່ງ ໄດ້ສ່ອງແສງໃຫ້ເຫັນເຖິງທ່າທີທີ່ຜິດພາດຕໍ່ປະຫວັດສາດໃນການຮຸກຮານຂອງຍີ່ປຸ່ນອີກຄັ້ງໜຶ່ງ. ພວກເຮົາຮຽກຮ້ອງໃຫ້ຝ່າຍຍີ່ປຸ່ນ ຈົ່ງເຄົາລົບ ແລະມີການປະພຶດທີ່ຖືກຕ້ອງຕໍ່ຜົນກະທົບຂອງການຮຸກຮານໃນປະຫວັດສາດ ແລະນຳໃຊ້ການກະທຳຕົວຈິງເພື່ອສ້າງຄວາມເຊື່ອໝັ້ນໃຫ້ປະເທດໃກ້ຄຽງໃນອາຊີ ກໍຄືປະຊາຄົມໂລກ.”

 

ຄຳ​ເຫັນ

0