莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທົ່ວ​ໂລກ​ໃຫ້​ຄວາມ​ສົນ​ໃຈ​ຕໍ່​ງານ​ວາງ​ສະ​ແດງ​ການ​ນຳ​ເຂົ້າ​​ສາ​ກົນ​ຈີນ

2019-11-04 14:55:54 CRI

ສະ​ພາ​ການ​ຄ້າ​ແລະ​ການ​ພັດ​ທະ​ນາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ທີ່​ມີສຳ​ນັກ​ງານ​ໃຫຍ່​​ຢູ່​ເຊີ​ແນວ​ປະ​ເທດ​ສະ​ວິ​ສ​ຈະ​ສົ່ງ​ຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ນຳ​​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2. ກ່ອນ​ອອກ​ເດີນ​ທາງ, ທ່ານ​ມຸກີ​ຊາ ກິ​ຕູ​ຍີ, ເລ​ຂາ​ທິ​ການ​ໃຫຍ່​ສະ​ພາ​ການ​ຄ້າ​ແລະ​ການ​ພັດ​ທະ​ນາ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ. ​ໂດຍ​ກ່າວ​ວ່າ, ຈີນ​ຈະ​ຈັດ​ງານ​ວາງ​ສະ​ແດງ​ການ​ນຳ​ເຂົ້າ​​ສາ​ກົນ​ຈີນ​ໃຫ້​ເປັນ​ເວ​ທີ​ໃໝ່​​ໃນການ​ສົ່ງ​ອອກ​ຂອງ​ບັນ​ດາ​ປະ​ເທດ, ທົ່ວ​ໂລກ​​ໄດ້​ໃຫ້​ຄວາມ​ສົນ​ໃຈ​​ຕໍ່​ງານ​ດັ່ງ​ກ່າວ.

ທ່ານ​ມຸ​ກີຊາ ກິ​ຕູ​​ຍີ​ກ່າວ​ວ່າ, ປີນີ້​ມີ​ປະ​ເທດຫຼາຍກວ່າ​ເກົ່າ​​ຈະ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ນຳ​ເຂົ້າ​​ສາ​ກົນ​ຈີນ ເຊິ່ງ​ໄດ້​ຢັ້ງ​ຢືນ​ໃຫ້​ເຫັນ​ວ່າ ງານ​ວາງ​ສະ​ແດງ​ການ​ນຳ​ເຂົ້າ​​ສາ​ກົນ​ໃນ​ປີ​ກາຍນີ້​​ໄດ້​ຮັບ​ໝາກ​ຜົນຫຼາຍ.  ຫຼາຍປະ​ເທດ​ທີ່​ພວມ​ພັດ​ທະ​ນາ​​ມີ​ຊ່ອງ​ທາງ​ຈຳ​ກັດ​ໃນ​ການ​ເຂົ້າ​ສູ່​ຕະຫຼາດ​ຕົ້ນ​ຕໍ​ຂອງ​ໂລກ, ສະ​ນັ້ນ ​ການ​ທີ່ຈີນນຳ​ເຂົ້າ​ສິນ​ຄ້າ​ຈາກ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ໂດ​ຍ​ຜ່ານ​ງານ​ວາງ​ສະ​ແດງ​ການ​ນຳ​ເຂົ້າ​​ສາ​ກົນ ກໍ່​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ປາ​ຖະ​ໜາ​​ດີ​ໃນ​ການ​ສະ​ແຫວງ​ຫາ​ຄວາມສາ​ມັກ​ຄີ​ແລະ​ມິດ​ຕະ​ພາບ.

ທ່ານ​ມຸກີ​ຊາ ກິ​ຕູ​​ຍີ​ກ່າວ​ຕື່ມ​ວ່າ, ປັດ​ຈຸ​ບັນ ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ໄດ້​​ເກີດ​ຂຶ້ນ, ​ແລະໄດ້​​ກະ​ທົບ​ເຖິງ​ຕ່ອງ​ໂສ້​ການ​ສະ​ໜອງ​ຂອງ​ທົ່ວ​ໂລກ. ແຕ່​ງານ​ວາງ​ສະ​ແດງ​ການ​ນຳ​ເຂົ້າ​ສາ​ກົນພັດ​ໄດ້​ສ້າງ​ເວ​ທີ​ໃຫ້​ແກ່​​ຝ່າຍ​ຕ່າງໆ​ເພື່ອໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ, ​ແລະຊຸ​ກ​ຍູ້​ການ​ຄ້າຫຼາຍ​ຝ່າຍ, ນີ້ເປັນ​ແບບ​ຢ່າງ​ໃຫ້​ທົ່ວ​ໂລກ. ຈີນ​ເປີດ​ປະ​ຕູ​ສູ່ພາຍນອກ​ເປັນ​ການຢັ້ງ​ຢືນ​​ວ່າ, ອະ​ນາ​ຄົດ​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ​ຊາດ​ແມ່ນຂຶ້ນ​ຢູ່​ກັບ​ການ​ໄປ​ມາ​ຫາ​ສູ່​ກັນ​ທີ່​ຕ່າງ​ເຄົາ​ລົບ​ກັນ, ຫາກບໍ່​ແມ່ນ​ການ​ສ້າງ​ກຳ​ແພງ​​ເພື່ອ​ປິດ​ກັ້ນ​ຕົນ​ເອງ. ລະ​ບົບ​ການ​ຄ້າຫຼາຍ​ຝ່າຍ​ທີ່​ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ທີ່​ຈີນ​ຍຶດ​ຖື​ມາ​ເປັນເວ​ລາ​ຍາວ​ນານ, ກໍ່​ແມ່ນ​ທິດ​ທາງ​ທີ່​ໂລກຄວນ​ກ້າວ​ເດີນ​ໄປ​ຕາມ.

ຄຳ​ເຫັນ

0